ກອງປະຊຸມປະຈໍາປີ 2025 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື

ທ.ວ. 23, 2025

ວັນທີ 23 ທັນວາ 2025 ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ເປີດກອງປະຊຸມປະຈໍາປີ 2025 ຂື້ນຢູ່ທີ່ຫ້ອງປະຊຸມຂອງສະພພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ບັນດາພະແນກການ, ອົງການທຽບເທົ່າ,  ສະມາຊິກສະພາປະຊາຊົນແຂວງ, ອາດີດການນໍາພັກ-ລັດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.ໃນກອງປະຊຸມ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ໄດ້ຜ່ານບົດສະຫຼຸບລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື, ເຊິ່ງໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ເຫັນໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ: ດ້ານນິຕິບັນຍັດ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເຂົ້າຮ່ວມຄົ້ນຄວ້າປະກອບຄຳຄິດ-ຄຳເຫັນ, ພິຈາລະນາ ແລະ ຮັບຮອງເອົາລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2015 ແລະ ການສ້າງ ແລະ ປັບປຸງກົດໝາຍ ຮ່ວມກັບຄະນະສະມາຊິກສະພາແຫ່ງຊາດ ໃນທົ່ວປະເທດ ທີ່ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນ ແລະ ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ເຊີ່ງມີ, ກົດໝາຍທັງໝົດ 87 ສະບັບ: ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ, ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍທີ່ສະພາແຫ່ງຊາດແນະນຳ ກໍ່ຄືພາກສ່ວນກ່ຽວຂ້ອງໄດ້ສົ່ງໃຫ້ ໄດ້ທັງໝົດ 10 ຄັ້ງ ມີກົດໝາຍທັງໝົດ 44 ສະບັບ ໃນນັ້ນ ກົດໝາຍສ້າງໃໝ່ 06 ສະບັບ. ດ້ານຕົກລົງບັນຫາສຳຄັນພື້ນຖານຂອງຊາດ: ໄດ້ເສີມຂະຫຍາຍປະຊາທິປະໄຕຂອງຕົນໃນການຄົ້ນຄວ້າ, ວິເຄາະວິໄຈເນື້ອໃນຕ່າງໆ ທີ່ລັດຖະບານກໍຄືພາກສ່ວນກ່ຽວຂ້ອງ ນໍາສະເໜີຜ່ານກອງປະຊຸມສະໄໝສາມັນ ແລະ ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ໄດ້ຈໍານວນ 12 ຄັ້ງ ຊື່ງສາມາດພິຈາລະນາຫົວຂໍ້ທັງໝົດ ຈໍານວນ 196 ເນື້ອໃນ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ໄດ້ຈໍານວນ 106 ສະບັບ ໃນນີ້ວຽກລັດຖະບານ 54 ສະບັບ, ວຽກອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ 18 ສະບັບ, ວຽກອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ 16 ສະບັບ, ວຽກສະພາແຫ່ງຊາດ 18 ສະບັບ. ການຕິດຕາມກວດກາ: ເປັນເຈົ້າການຕິດຕາມ​ກວດກາ ການຈັດຕັ້ງປະຕິບັດແຜນກພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ມະຕິຂອງສະພາແຫ່ງຊາດ ໄດ້ທັງໝົດ 67 ຄັ້ງ ເປັນຕົ້ນ: ຕິດຕາມກວດກາຮ່ວມກັບຄະນະປະຈໍາສະພາແຫ່ງຊາດ ບັນດາກໍາມາທິການຂອງສະພາແຫ່ງຊາດທີ່ລົງມາເຄື່ອນໄຫວຕິດຕາມກວດກາຢູ່ເຂດເລືອກຕັ້ງ ມີ 15 ຄັ້ງ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ຕິດຕາມກວດກາສະເພາະຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ແລະ ຕາມຫ່າງສຽງສັງຄົມ ມີ 27 ຄັ້ງ. ນອກຈາກນັ້ນຍັງໄດ້ປະສານສົມທົບບັນດາຄະນະກໍາມະການຂອງສະພາປະຊາຊົນຂັ້ນແຂວງ ມີ 25 ຄັ້, ຮ່ວມກັບພາກສ່ວນກ່ຽວຂ້ອງ ມີ 35 ຄັ້ງ. ພິຈາລະນາແກ້ໄຂຄຳຮ້ອງຂໍຄວາມເປັນທຳ ຂອງປະຊາຊົນ: ໄດ້ສົມທົບກັບ ຄະນະປະຈຳສະພາປະຊາຊົນແຂວງ ໃນການຄົ້ນຄວ້າພິຈາລະນາຄຳຮ້ອງທຸກມີຈຳນວນ 69 ເລື່ອງ ໃນນັ້ນ ຄໍາສະເໜີ 48 ເລື່ອງ, ຄໍາຮ້ອງຂໍຄວາມເປັນທໍາ 21​ ເລື່ອງ ຍັງຄ້າງຢູ່ 02 ເລື່ອງ. ນອກນັ້ນຍັງໄດ້ເອົາໃຈໃສ່ ການສ້າງຄວາມເຂັ້ມແຂງຫົວຂໍ້ຕ່າງໆໃຫ້ແກ່ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ການເຄື່ອນໄຫວວຽກງານຕ່າງປະເທດ ແລະ ການພົວພັນກັບອົງການປົກຄອງແຂວງ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ, ຈາກນັ້ນບັນດາທ່ານຜູ້ແທນກອງປະຊຸມໄດ້ປະກອບຄໍາເຫັນຕໍ່ເນື້ອໃນບົດສະຫຼຸບການລາຍງານດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວມ, ພ້ອມທັງປະກອບຄໍາເຫັນລົງເລິກໃສ່ທິດທາງແຜນການເຄື່ອໄຫວໃນຕໍ່ໜ້າ ທີ່ຄະນະສະມາຊິກສະພາແຫ່ງຊາດ ຊຸດຕໍ່ໄປ ຈະຕ້ອງໄດ້ສຸດໃສ່ໃນການຈັດຕັ້ງປະຕິບັດຕາມພາລະບົດບາດ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ຮັບປະກັນການປະຕິບັດສິດ, ໜ້າທີ່ ຕາມກົດໝາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະໃໝ່.ຕອນທ້າຍຂອງກອງປະຊຸມ, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ມີຄໍາເຫັນ ເຊິ່ງສະແດງໃຫ້ເຫັນເຖິງໝາກຜົນແຫ່ງຄວາມເປັນເອກະພາບຢ່າງສູງ ໃນການຄົ້ນຄວ້າປະກອບຄໍາເຫັນ ຢ່າງກ້ວາງຂວາງ ແລະ ເລິກເຊິ່ງທັງມີຄວາມຮັບຜິດຊອບສູງຂອງບັນດາທ່ານ ສະມາຊິກສະພາແຫ່ງ ຊາດປະຈຳເຂດເລືອກຕັ້ງທີ 17 ແລະ ຜູ້ແທນກອງປະຊຸມ ບົນພື້ນຖານການເສີມຂະຫຍາຍປະຊາທິປະໄຕເຂົ້າໃນການຄົ້ນຄວ້າບົດສະຫຼຸບ ແລະ ຕີລາຄາການເຄື່ອນໄຫວວຽກງານ ຂອງຄະນະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ໃນໄລຍະຜ່ານມາ ຢ່າງລະອຽດເພື່ອນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ ແລະ ພ້ອມກັນກຳນົດທິດທາງຍຸດທະສາດ ແລະ ແຜນການເຄື່ອນໄຫວວຽກງານ ຢ່າງມີເປົ້າໝາຍຊັດເຈນ ເພື່ອສືບຕໍ່ເສີມຂະຫຍາຍບົດບາດຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 17 ໃຫ້ມີປະ ສິດທິຜົນສູງຂຶ້ນ. ສະນັ້ນ, ທິດທາງເນື້ອໃນຈິດໃຈທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງນີ້, ໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17  ນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ຢ່າງມີຄຸນນະພາບ, ເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ໜ້າ ບັນລຸເປົ້າໝາຍ ທີ່ວາງໄວ້ຢ່າງມີຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.

(ວິນັດ ສີສຸລາດ)