loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມປະຈຳປີ 2023 ຄະນະເລຂາທິການສະພາປະຊາຊົນແຂວງຫລວງນ້ຳທາ

ກ.ພ. 28, 2024 | ເຂດ 3 ຫຼວງນ້ຳ​ທາ

      ຕອນເຊົ້າວັນທີ 21 ກຸມພາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ເປີດກອງປະຊຸມປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ເລຂາທິການສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນຳວຽກງານເລຂາທິການ ປະທານ, ຮອງປະທານຄະນະກຳມະການພາຍໃນສະພາປະຊາຊົນແຂວງ, ຜູ້ປະສານງານທີ່ກ່ຽວຂ້ອງຂອງແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນ, ຜູ້ຊ່ວຍວຽກປະຈຳເຂດເລືອກຕັ້ງເມືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ 42 ຄົນ, ຍິງ 18 ຄົນ.

ກອງປະຊຸມໄດ້ຮັບຟັງຮ່າງບົດສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງ ຊຶ່ງຄະນະເລຂາທິການ ແມ່ນອົງການຈັດຕັ້ງໜຶ່ງຂອງສະພາປະຊາຊົນແຂວງ ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໃນການຈັດຕັ້ັ້ງປະຕິບັດ 3 ພາລະບົດບາດ, ດ້ານນິຕິກຳ, ດ້ານຕົກລົງບັນຫາສຳຄັນຂອງທ້ອງຖິ່ນ, ການຕິດຕາມກວດກາ ແລະ ຄະນະເລຂາທິການມີ 3 ຂະແໜງການທີ່ຂຶ້ນກັບຄື: ຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ, ຂະແໜງບໍລິຫານ,  ຈັດຕັ້ງ ແລະ ກວດກາ, ຂະແໜງຊ່ວຍວຽກສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ໃນໄລຍະໜຶ່ງປີຜ່ານມາຄະນະເລຂາທິການໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ ແລະ ນິຕິກຳຕ່າງໆຂອງລັດມາເຜີຍແຜ່ເຊື່ອມຊຶມເປັນປົກກະຕິ, ໄດ້ສຳເລັດບັນດາເນື້ອໃນ ແລະ ເອກະສານປິ່ນອ້ອມກອງປະຊຸມສະໄໝສາມັນເທື່ອທີ 5, 6 ຂອງສະພາປະຊາຊົນແຂວງຊຸດທີ2 ແລະ ກອງປະຊຸມພາຍໃນສະພາປະຊາຊົນແຂວງ, ໄດ້ອຳນວຍຄວາມສະດວກ ໃນການເປັນເສນາທິການທີດີທີ່ຕົນເອງຮັບຜິດຊອບ ໄດ້ສຳເລັດຫລາຍໜ້າວຽກພໍສົມຄວນ; ນອກນັ້ນ ຍັງໄດ້ວາງທິດທາງແຜນການປະຈຳປີ 2024 ຈະສືບຕໍ່ເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ ແລະ ນິຕິກຳຕ່າງໆຂອງລັດມາເຜີຍແຜ່ເຊື່ອມຊຶມໃຫ້ເລິກເຊິ່ງກວ່າເກົ່າ, ສືບຕໍ່ຮ່າງເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 7-8 ຂອງສະພາປະຊາຊົນແຂວງ, ຄົ້ນຄວ້າສ້າງຮ່າງແຜນການ, ເອກະສານທີ່ກ່ຽວຂອງໃຫ້ແກ່ກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ແລະ ກອງປະຊຸມຕ່າງໆ ແລະ ສືບຕໍ່ຊີ້ນຳ-ນຳພາວຽກງານທີ່ຕົນຮັບຜິດຊອບໃຫ້ສຳເລັດ.

ພ້ອມດຽວ ກັນຍັງໄດ້ຮັບຟັງບັນດາຂະແໜງທີ່ຂຶ້ນກັບຄະນະເລຂາທິການສະພາປະຊາຊົນແຂວງ ປະກອບຄຳຄິດເຫັນ ແລະ ສະເໜີວິທີແກ້ໄຂປັບປຸງວຽກງານທີ່ຍັງຄົງຄ້າງ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ແລກປ່ຽນປະກອບຄຳຄິດເຫັນຕໍ່ກັບຮ່າງບົດສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງ ແລະ ວຽກງານການພົວພັນປະສານງານກັບອົງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດສະຫລຸບ ມີເນື້ອໃນຖຶກຕ້ອງສອດຄອງ, ສົມບຸນຂຶ້ນກວ່າເກົ່າ ສາມາດນຳໄປຈັດຕັ້ງປະຕິບັດຕໍ່ໜ້າໃຫ້ສຳເລັດຕາມຄາດໝາຍ ແລະ ເຮັດໃຫ້ວຽກງານການປະສານງານຕ່າງໆ ໃນການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ ມີການປະສານງານທີ່ດີ ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອເຮັດໃຫ້ການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ ໄດ້ຮັບຜົນສຳເລັດ ແລະ ມີຄຸນນະພາບຂຶ້ນກວ່າເກົ່າ.

ຕອນທ້າຍຍັງໄດ້ຮັບຟັງຄຳເຫັນໂອ້ລົມຂອງທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ທ່ານໃຫ້ຮູ້ວ່າ ກອງປະຊຸມຂອງຄະນະເລຂາທິການສະພາປະຊາຊົນແຂວງ ແມ່ນສຳຄັນຫລາຍ ເພາະເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ, ເປັນວຽກງານທີ່ກວ້າງ, ຫລາຍໜ້າວຽກ, ໃນໜຶ່ງປີຜ່ານມາເຫັນວ່າມີຜົງານ ແລະ ຜົນສຳເລັດຫລາຍດ້ານ ທັງນີ້ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານໃນໄລຍະຜ່ານມາ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບໃຫ້ສຳເລັດຫລາຍກວ່າເກົ່າ, ສືບຕໍ່ແກ້ໄຂຂໍ້ຄົງຄ້າງບາງບັນຫາໃຫ້ດີກວ່າເກົ່າ ແລະ ໄດ້ເນັ້ນໜັກໃຫ້ເພີ່ມທະວີການສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານທີ່ສັງກັດໃຫ້ເລິກເຊິ່ງ, ໃຫ້ມີແນວຄິດອຸ່ນອຽງທຸນທ່ຽງ, ປັບປຸງວຽກງານເນື້ອໃນ, ບຸກຄະລາກອນທີ່ເປັນເສນາທິການໃຫ້ສອດຄ່ອງກັບໜ້າທີ່ວຽກງານທີ່ຮັບຜິດຊອບ.

                                                                                                                                                                                                                ຂ່າວ: ວັນນີ ແຝງບົວວັນ