

ໃນພິທີ, ທ່ານ ຄໍາໃບ ດໍາລັດ ໄດ້ມີຄຳເຫັນເພື່ອຮັບປະກັນການເຄື່ອນໄຫວວຽກງານຂອງກຳມາທິການ ແລະ ສະ ເໜີໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນບາງວຽກຕົ້ນຕໍ ດັ່ງນີ້: ວຽກງານກົງຈັກການຈັດຕັ້ງ: ເອົາໃຈໃສ່ຄົ້ນຄວ້າໂຄງປະ ກອບກົງຈັກ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍປຽບທຽບກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອປັບປຸງໃນຕໍ່ໜ້າ; ການຄຸ້ມຄອງວຽກງານສະມາຊິກສະພາ: ເອົາໃຈໃສ່ຕິດຕາມ, ກວດກາຕໍ່ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ, ປະສານສົມທົບກັບຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຄຸ້ມຄອງການ ເຄື່ອນໄຫວຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ບໍ່ສວຍໃຊ້ເວທີສະພາ ມີຄຳເຫັນທີ່ຂັດກັບແນວທາງ ເຮັດໃຫ້ຄົນບໍ່ດີນຳໄປເປັນບ່ອນອີງໂຈມຕີ, ແບ່ງແຍກຄວາມສາມັກຄີພາຍໃນຂອງປະຊາຊົນບັນດາເຜົ່າ. ພ້ອມນັ້ນ, ກໍເອົາໃຈໃສ່ເກັບກຳຊີວະປະຫວັດ, ຂໍ້ມູນຕ່າງໆ, ຜົນງານການປະຕິບັດສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ, ສືບຕໍ່ຄົ້ນຄວ້ານະໂຍບາຍຕ່າງໆ ຕໍ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ບົນພື້ນຖານລະບຽບກົດໝາຍ, ຫຼັກການລວມ ແລະ ສອດຄ່ອງຕາມຄວາມເປັນຈິງ; ວຽກງານການປະເມີນ: ເອົາໃຈໃສ່ກະກຽມນິຕິກຳ ແລະ ເອກະສານຂໍ້ມູນຕ່າງໆ ໂດຍສະເພາະນິຕິກຳທີ່ພົວພັນກັບສິດ ແລະ ໜ້າທີ່ຂອງບຸກຄະລາກອນດັ່ງກ່າວ, ການເກັບກຳຜົນງານການ ເຄື່ອນໄຫວໃນແຕ່ລະໄລຍະໃຫ້ຈະແຈ້ງ, ຢູ່ທ້ອງຖິ່ນ ກໍຕ້ອງເບິ່ງການເຄື່ອນໄຫວຂອງກົງຈັກກ່ຽວຂ້ອງ. ພ້ອມນີ້ ກໍເອົາໃຈ ໃສ່ວຽກງານການປະເມີນຕໍ່ຜູ້ມາລາຍງານ, ຊີ້ແຈງ ແລະ ຕອບຄຳຊັກຖາມ ໃນກອງປະຊຸມຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີຄວາມຖືກຕ້ອງ;

ວຽກງານເລືອກຕັ້ງ: ເອົາໃຈໃສ່ຄົ້ນຄວ້າໂຄງປະກອບ ແລະ ບຸກຄະລາກອນຂອງສະພາຊຸດປັດຈຸບັນ ເພື່ອໃຫ້ເຫັນບັນຫາຄວນຈະປັບປຸງໃນຊຸດຕໍ່ໄປ ແລະ ສ້າງປື້ມຄູ່ມືຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອເປັນບ່ອນອີງໃຫ້ແກ່ການກະກຽມ ແລະ ດໍາເນີນການເລືອກຕັ້ງ ໃຫ້ມີປະສິດທິຜົນ ແລະ ຄົ້ນຄວ້າແຕ່ຫົວທີໂຄງປະກອບບຸກຄະລາກອນ ຂອງຜູ້ຈະອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III, ຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ສືບຕໍ່ເອົາ ໃຈໃສ່ເພີ່ມທະວີວຽກງານການສ້າງຄວາມເຂັ້ມແຂງ ເປັນຕົ້ນ: ການເຝິກອົບຮົມໃຫ້ແກ່ສະມາຊິກສະພາ ແລະ ເສນາທິການຂອງກຳມາທິການ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ມີຄວາມເລິກເຊິ່ງ ເພື່ອໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ; ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ຕາມຄວາມຮັບຜິດຊອບຂອງກຳມາທິການ ປະສານສົມທົບໃນການເຄື່ອນໄຫວວຽກງານການຕ່າງປະເທດ ເພື່ອປະກອບສ່ວນໃນການປະຕິບັດແນວທາງການຕ່າງປະເທດຂອງພັກ ກໍຄືສະພາແຫ່ງຊາດ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກັບບັນດາລັດຖະສະພາໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະກັບ ສສ.ຫວຽດນາມ ກ່ຽວກັບວຽກງານບຸກຄະລາກອນ; ສະເໜີໃຫ້ບັນດາທ່ານທີ່ເປັນກໍາມະການຂອງກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ທັງສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ລົງເລິກບັນດາວຽກງານໃນຂົງເຂດຄວາມຮັບຜິດ ຊອບຂອງຕົນ ແລະ ຂອງກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ເພື່ອກຳໄດ້ບັນຫາ, ພ້ອມນັ້ນ ກໍໃຫ້ເອົາໃຈໃສ່ໃນລະບົບສ່ອງແສງລາຍງານໃຫ້ກຳມາທິການແຕ່ລະເດືອນຕາມວຽກງານຕົວຈິງ; ເສນາທິການ ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງໃນການຊ່ວຍກຳມາທິການ ຄົ້ນຄວ້າ, ວາງແຜນ, ສະຫຼຸບຕີລາຄາດ້ານຕ່າງໆ.
