ກອງປະຊຸມຄົບຄະນະ ປະຈຳປີ 2023 ຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບ

ຕ.ລ. 31, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 30 ຕຸລາ 2023 ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະ ປະຈຳປີ 2023 ຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບ ໂດຍການເປັນປະທານຂອງທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ເຂົ້າຮ່ວມມີທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນຳວຽກງານກໍາມາທິການແຜນການ, ການເງິນ ແລະ ການກວດສອບ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການສະພາແຫ່ງຊາດ, ກໍາມະການຂອງກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າຈາກຂະແໜງການ ແລະ ພະນັກງານທີ່ກ່ຽວຂ້ອງ.
ກອງປະຊຸມໄດ້ຮັບຟັງການລາຍງານຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກາງສະໄໝ 5 ປີ (2021-2025) ແລະ ທິດທາງ ທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ແລະ ທິດທາງແຜນການປີ 2024; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 3 ປີຜ່ານມາ; ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ແລະ ສະເໜີແຜນງົບປະມານແຫ່ງລັດ ປະຈຳປີ 2024; ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການ ທ້າຍສະໄໝ 2025, ການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳປີ 2023 ແລະ ສະເໜີແຜນເງິນຕາ ປະຈຳປີ 2024; ບົດລາຍງານຂອງການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ບົດລາຍງານຂອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ອົງການກວດກາແຫ່ງລັດ, ບົດລາຍງານຜົນການກວດກາຕາມຜົນກວດສອບ ປີ 2021; ຜ່ານຮ່າງມະຕິ ກອງປະຊຸມຄົບຄະນະ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.