

ຕອນເຊົ້າຂອງວັນອັງຄານ, ວັນທີ 31 ມັງກອນ 2023(ຢູ່ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ) ກອງປະຊຸມຄົບຄະນະ ຂອງຄະນະກຳມະການ ຍຸຕິທຳ, ປກຊ-ປກສ ສະພາປະຊາຊົນແຂວງ ປະຈໍາປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ທອງຄານ ວັດສະດາກອນ ຄະນະປະຈໍາ-ປະທານຄະນະກຳມະການ ຍຸຕິທຳ, ປກຊ-ປກສ, ໃຫ້ກຽດເຂົ້າຮ່ວມກອງປະຊຸມມີທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ທີ່ເປັນກຳມະການ ຂອງຄະນະກໍາມະການ ຍຸຕິທຳ, ປກຊ-ປກສ, 2 ກໍາລັງ ປກຊ-ປກສ, ແຂກເຊີນ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມ.


ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເປັນປະຕິບັດຕາມກົດຫມາຍ ວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ມາດຕາ 73 ກ່ຽວກັບ ກອງປະຊຸມຄົບຄະນະ ຂອງຄະນະກຳມະການ ແລະ ເພື່ອເປັນການສະຫຼຸບຕີລາຄາຄືນ ກ່ຽວກັບຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຄະນະກຳມະການ ຍຸຕິທຳ, ປກຊ-ປກສ ສະພາປະຊາຊົນແຂວງ ປະຈໍາປີ 2022 ແລະ ວຽກງານພົ້ນເດັ່ນອື່ນໆ.





ໃນວາລະກ່າວເປີດກອງປະຊຸມ, ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນຕາມຂອບເຂດສິດ ແລະ ໜ້າທີ່ ເຂົ້າໃນການປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຂອງບົດສະຫຼຸບ ເຫັນວ່າມີດ້ານອ່ອນ ແລະ ຂໍ້ຄົງຄ້າງ ຍັງແດ່, ອັນໃດບໍ່ສອດຄ່ອງ ແລະ ຄວນປັບປຸງແນວໃດ. ເພື່ອແນໃສເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີວຽກງານຕໍ່ໜ້າສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.




