

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ມະຕິຂອງຄະນະປະຈຳສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງຄະນະສະມາຊິກສະພາແຫ່ງຊາດ ເພດຍິງ ຊຸດທີ IX ໂດຍທ່ານ ນາງ ວັນດີ ບຸດທະສະວົງ ແລະ ຮັບຟັງການລາຍງານໂດຍຫຍໍ້ການເຄື່ອນ ໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ໃນ 3 ເດືອນຜ່ານມາ; ຜ່ານຮ່າງທິດທາງ ແລະ ວຽກງານຈຸດສຸມ ຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX.

ໂອກາດດັ່ງກ່າວ ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄໍາເຫັນກ່າວປິດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ຕົກລົງເປັນເອກະພາບກັນຕໍ່ບັນດາເນື້ອໃນທີ່ນຳສະເໜີໃນກອງປະຊຸມຄັ້ງນີ້ ເຊິ່ງເປັນທິດທາງໃຫ້ຄະນະສະມາຊິກສະພາແຫ່ງຊາດເພດຍິງ ແລະ ບັນດາທ່ານ ສະມາຊິກສະພາແຫ່ງຊາດເພດຍິງ ຕ້ອງໄດ້ສືບຕໍ່ນຳໄປຜັນຂະຫຍາຍເປັນແຜນວຽກລະອຽດຂອງຕົນ ແລະ ນຳພາຈັດຕັ້ງປະຕິບັດໃຫ້ມີໝາກຜົນຕົວຈິງ ເພື່ອໃຫ້ບັນລຸຕາມແຜນວຽກຈຸດສຸມທີ່ໄດ້ພ້ອມກັນຮັບຮອງເອົາໃນກອງປະຊຸມຄັ້ງນີ້ ຢ່າງມີຄຸນນະພາບຂອບເຂດຄວາມຮັບຜິດຊອບຂອງຕົນ. ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ນີ້ ແມ່ນໝາກຜົນລວມຍອດຈາກຄວາມຮັບຜິດຊອບສູງຂອງບັນດາທ່ານສະມາຊິກສະພາແຫ່ງຊາດເພດຍິງ ເຊິ່ງຜູ້ເຂົ້າຮ່ວມໄດ້ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ ແລະ ປະກອບຄຳເຫັນທີ່ເປັນປະໂຫຍດອັນລ້ຳຄ່າ ເຮັດໃຫ້ກອງປະຊຸມຄັ້ງນີ້ ສຳເລັດຜົນຢ່າງຈົບງາມຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.
(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)