ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ກັນຍາ ປີ 2025 ແລະ ຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 3 ສະບັບ.

ກ.ຍ. 26, 2025

ຕອນເຊົ້າວັນທີ 24 ກັນຍາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ກັນຍາ ປີ 2025 ແລະ ຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 3 ສະບັບ, ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງລ້ວມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຮອງປະທານຄະນະກໍາມະການ ແລະ ວິຊາການຂະ ແໜງການຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ, ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ໄດ້ຜ່ານບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 3 ສະບັບ ຄື: ໜັງສືສະເໜີ ເລກທີ 1565/ອຊ, ລົງວັນທີ 27 ສິງຫາ 2025 ກ່ຽວກັບການພິຈາລະນາຮັບຮອງເອົາແຜນການນໍາໃຊ້ງົບປະມານການລົງທຶນຂອງລັດ(ຮ່ວງກອງທຶນບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດ); ໜັງສືສະເໜີ ເລກທີ 1117/ອຊ, ລົງວັນທີ 4 ກັນຍາ 2025 ກ່ຽວກັບການພິຈາລະນາຮັບຮອງເອົາການຈັດສັນແຜນລາຍຈ່າຍເງິນເກີນແຜນ ບ້ວງ 50 ຕື້ ທີ່ສູນກາງຈະຊ່ວຍໜູນ ແລະ ໜັງສືສະເໜີ ເລກທີ 1131/ອຊ, ລົງວັນທີ 5 ກັນຍາ 2025 ກ່ຽວກັບການພິຈາລະນາຮັບຮອງເອົາ ການຫັນປ່ຽນປະເພດທີ່ດິນກະສິກໍາມາເປັນດິນອຸດສາຫະກໍາ ໃຫ້ແກ່ບໍລິສັດ ວິງຟາດ ອຸດົມໄຊບໍແຮ່ຈໍາກັດ. ພ້ອມກັນນັ້ນ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ໄດ້ມີຄໍາເຫັນແລກປ່ຽນ, ຊັກຖາມເພີ່ມເຕີ່ມ ແລະ ພະແນກການ ໄດ້ຊີ້ແຈງ ແລະ ໃຫ້ຂໍ້ມູນເພີ່ມເຕີມຢ່າງກົງໄປກົງມາ, ທັງນີ້ກໍ່ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນລະບຽບການ ແລະ ກົດໝາຍ.
ປະຕິບັດຕາມວາລະ, ກອງປະຊຸມຍັງໄດ້ຜ່ານຮ່າງສະຫຼຸບຕີລາຄາຄືນ ການເຄື່ອນໄຫວວຽກງານປະຈໍາເດືອນ ຫັນຍາ, ວ່າງທິດທາງແຜນການ ປະຈໍາເດືອນ ຕຸລາ 2025, ຜ່ານຮ່າງມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຮັບ ແລະ ພິຈາລະນາຄໍາຮ້ອງທຸກ. ພ້ອມນັ້ນ, ໄດ້ປະກອບຄໍາຄິດຄໍາເຫັນ ແລະ ປຶກສາຫາລື 2 ເນື້ອໃນດັ່ງກ່າວຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.