ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ມິຖຸນາ ປີ 2025

​ກ.ກ. 3, 2025 | ເຂດ 4 ອຸດົມໄຊ

ຕອນບ່າຍວັນທີ 1 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ດໍາເນີນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ມິຖຸນາ ປີ 2025 ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງ ລ້ວມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ພະແນກການ, ຄະນະເລຂາທິການ ແລະ ວິຊາການຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ, ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ໄດ້ຜ່ານບົດລາຍງານ ແລະ ການຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 3 ສະບັບ ຄື: ໜັງສືສະເໜີເລກທີ 657/ອຊ, ລົງວັນທີ 30 ພຶດສະພາ 2025 ກ່ຽວກັບການ ສະເໜີພິຈາລະນາຮັບຮອງເອົາແຜນການນໍາໃຊ້ງົບປະມານການລົງທຶນຂອງລັດ(ຮ່ວງກອງທຶນບູລະນະຮັກສາ ແລະ ສ້ອມແປງທາງຫຼວງທ້ອງຖິ່ນ) ປະຈໍາປີ 2025 ຂອງແຂວງອຸດົມໄຊ ລວມທັງໝົດ 52 ໂຄງການ, ມູນຄ່າ 6 ຕື້ກີບ; ໜັງສືສະເໜີເລກທີ 750/ອຊ, ລົງວັນທີ 13 ມິຖຸນາ 2025 ກ່ຽວກັບການສະເໜີຍົກເລີກ ແລະ ອວ່າຍທຶນໂຄງການຂອງລັດ ປີ 2025 ແລະ ໜັງສືສະ ເໜີເລກທີ 740/ອຊ, ລົງວັນທີ 11 ມິຖຸນາ 2025 ກ່ຽວກັບການ ຂໍພິຈາລະນາອອກມະຕິຕົກລົງວ່າດ້ວຍການຫັນປ່ຽນປະເພດທີ່ດິນປຸກສ້າງທີ່ຢູ່ອາໄສ, ດິນປຸກສ້າງໂຮງຮຽນ ແລະ ດິນອຸດສາຫະກໍາເພື່ອສ້າງຕັ້ງໂຮງງານຢູ່ເມືອງຮຸນ ແລະ ເມືອງໄຊ ແຂວງອຸດົມໄຊ ທັງໝົດຈໍານວນ 23 ຕອນ, ມີເນື້ອທີ່ 19,31 ເຮັກຕາ. ພ້ອມກັນນັ້ນ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ໄດ້ມີຄໍາເຫັນແລກປ່ຽນ, ຊັກຖາມເພີ່ມເຕີ່ມ ແລະ ພະແນກການ ໄດ້ຊີ້ແຈງ ແລະ ໃຫ້ຂໍ້ມູນເພີ່ມເຕີມຢ່າງກົງໄປກົງມາ, ທັງນີ້ກໍ່ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນລະບຽບການ ແລະ ກົດໝາຍ.
ນອກຈາກນີ້, ຍັງໄດ້ຜ່ານຮ່າງສະຫຼຸບຕີລາຄາຄືນ ການເຄື່ອນໄຫວວຽກງານປະຈໍາເດືອນ ມິຖຸນາ, ວ່າງທິດທາງແຜນການ ປະຈໍາເດືອນ ກໍລະກົດ 2025 ແລະ ປຶກສາຫາລືວຽກງານພົ້ນເດັ່ນອື່ນໆ ອີກຈໍານວນໜຶ່ງ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.