loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນປະຈຳເດືອນຕຸລາ

ຕ.ລ. 14, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ປະຈໍາເດືອນຕຸລາ 2024 ໄດ້ດໍາເນີນໃນວັນທີ 11 ຕຸລາ 2024 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ບົດລາຍງານຜົນການຄົ້ນຄວ້າ ແລະ ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015, ບົດລາຍງານຮ່າງແຜນກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX, ບົດລາຍງານ ແລະ ຂໍທິດຊີ້ນໍາບັນຫາພົ້ນເດັ່ນໃນການກະກຽມການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45, ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການສະເໜີຂໍໃຫ້ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຮັບຮອງເອົາສັນຍາໂອນຫຸ້ນໂຄງການເຂື່ອນໄຟຟ້າຫີນບູນ ແລະ ບົດລາຍງານກ່ຽວກັບການສະເໜີແຕ່ງຕັ້ງປະທານອົງການກວດສອບປະຈໍາພາກເໜືອ.

(ນາງ ອາລິນ ສຸພິມມະປະດິດ)