![](https://na.gov.la/wp-content/uploads/2023/01/324337400_469397522031922_6223283665033785953_n.jpeg)
![](https://na.gov.la/wp-content/uploads/2023/01/324333011_467040962306050_8682425456600421636_n.jpeg)
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມັງກອນ 2023 ໄດ້ຮັບຟັງການລາຍງານການສະຫຼຸບຕີລາຄາຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ລາຍງານການກະກຽມໃຫ້ແກ່ກອງປະຊຸມລັດຖະສະພາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV), ລາຍງານແຜນການຮຽບຮຽງກົດໝາຍ ຈຳນວນ 12 ສະບັບ ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ລາຍງານການກະກຽມແຜນການຈັດຕັ້ງທາບທາມຮ່າງກົດໝາຍ ຈຳນວນ 13 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ບັນດາເຂດເລືອກຕັ້ງທົ່ວປະເທດ ແລະ ວຽກງານອື່ນໆຈຳນວນໜຶ່ງ ຈາກຄະນະເລຂາທິການສະພາແຫ່ງຊາດ, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ກຳມາທິການການຕ່າງປະເທດ ແລະ ກຳມາທິການກົດໝາຍ. ພ້ອມນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ຍັງໄດ້ຄົ້ນຄວ້າ ແລະ ພິຈາລະນາປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເຮັດໃຫ້ບົດລາຍງານຕ່າງໆມີເນື້ອໃນຄົບຖ້ວນຍິ່ງຂຶ້ນ.![]()
![](https://na.gov.la/wp-content/uploads/2023/01/324396024_681165127022326_6989179947722984655_n.jpeg)