(ສພຊ) – ວັນທີ 19 ກັນຍາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ ໄດ້ເຂົ້າຮ່ວມກອງປະຊຸມກໍາມາທິການວຽກງານສັງຄົມ (COMMITTEE ON SOCIAL MATTERS) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງທ່ານ ອັຊລີ ບິນ ຢູໂຊຟ (Azli bin Yusof) ສະມາຊິກສະພາຜູ້ແທນລາສະດອນມາເລເຊຍ ໂດຍມີຄະນະຜູ້ແທນລັດຖະສະພາ ຈາກ 9 ປະເທດສະມາຊິກໄອປາ ເຂົ້າຮ່ວມຄື: ບຣູໄນ ດາຣູຊາລາມ, ກໍາປູເຈຍ, ອິນໂດນີເຊຍ, ສປປລາວ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ມາເລເຊຍ (ເຈົ້າພາບ).

ໃນວາລະການດໍາເນີນກອງປະຊຸມ, ຄະນະຜູ້ແທນໄດ້ເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດເຫັນ ເພື່ອປັບປຸງຮ່າງມະຕິໃຫ້ມີເນື້ອໃນອຸດົມສົມບູນ ແລະ ສອດຄ່ອງກັບສະພາບຕົວຈິງ ໂດຍກອງປະຊຸມກໍາມາທິການວຽກງານສັງຄົມ ໄດ້ຄົ້ນຄວ້າຮ່າງມະຕິ 5 ສະບັບ ແລະ ສາມາດຮັບຮອງເອົາຢ່າງເປັນເອກະສັນ 5 ມະຕິ ຄື:
1) ມະຕິວ່າດ້ວຍຄວາມເປັນໜຶ່ງດຽວຂອງລັດຖະສະພາ ເພື່ອອາຊຽນທີ່ມີຄວາມຍືນຍົງ ແລະ ກວມລວມ ໃນການແກ້ໄຂບັນຫາຢາເສບຕິດ;
2) ມະຕິວ່າດ້ວຍການສົ່ງເສີມບົດບາດຂອງລັດຖະສະພາ ໃນການບັງຄັບໃຊ້ກົດໝາຍ ແລະ ລະບຽບການທີ່ມີຢູ່ໃນປັດຈຸບັນ ເພື່ອຄວບຄຸມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ;
3) ມະຕິວ່າດ້ວຍການສົ່ງເສີມການເຂົ້າເຖິງການຮັກສາສຸຂະພາບທີ່ມີລາຄາເໝາະສົມ ແລະ ມີຄຸນນະພາບ ສໍາລັບທຸກຄົນໃນອາຊຽນ;
4) ມະຕິວ່າດ້ວຍການເຊື່ອມສານມາດຕະຖານດ້ານການສຶກສາ ແລະ ການຮັບຮູ້ຫຼາຍຝ່າຍ ກ່ຽວກັບທັກສະວິຊາຊີບ ເພື່ອພັດທະນາຊັບພະຍາກອນມະນຸດດິຈິຕອນຂອງອາຊຽນ;
5) ມະຕິວ່າດ້ວຍການສົ່ງເສີມການປົກປ້ອງສັງຄົມສໍາລັບກຸ່ມສ່ຽງຕໍ່ກັບໄພພິບັດທາງດິນຟ້າອາກາດໃນອາຊຽນ.
