ກອງ​ປະ​ຊຸມກໍາມາທິການການເມືອງ-ຄວາມໝັ້ນຄົງ

ກ.ຍ. 28, 2025

(ສພຊ) – ວັນທີ 19 ກັນຍາຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ພົຕ. ປອ. ວົງສັກ ພັນ ທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ, ທ່ານ ສຈ. ປອ. ຫົງຄຳ ສຸວັນນະວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມກຳມາທິການການເມືອງ-ຄວາມໝັ້ນຄົງ (COMMITTEE ON POLITICAL MATTERS) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ໂດຍການເປັນປະທານຂອງທ່ານ ດຣ. ດາໂຕະ ຣາມລີ ບິນ ໂມຮຳໝັດ ນໍຣ໌ (Dato’ Dr. Ramli bin Mohd Nor) ຮອງປະທານສະພາຜູ້ແທນລາສະດອນມາເລເຊຍ ເຊິ່ງມີຄະນະຜູ້ແທນລັດຖະສະພາ ຈາກ 9 ປະເທດສະມາຊິກໄອປາ ເຂົ້າຮ່ວມຄື: ບຣູໄນ ດາຣູຊາລາມ, ກຳປູເຈຍ, ອິນໂດເນເຊຍ, ສປປລາວ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ມາເລເຊຍ (ເຈົ້າພາບ); ນອກນັ້ນ, ຍັງມີປະເທດຕີມໍ ແລັດສະເຕ ເຂົ້າຮ່ວມຕິດຕາມໃນຖານະຜູ້ສັງເກດການພິເສດ.
ໃນວາລະການດໍາເນີນກອງປະຊຸມ, ຄະນະຜູ້ແທນໄດ້ປຶກສາຫາລືບັນດາຮ່າງມະຕິກ່ຽວກັບບັນຫາຕ່າງໆຢ່າງສ້າງສັນ, ກົງໄປກົງມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ; ຄະນະຜູ້ແທນລາວ ຮ່ວມກັບລັດຖະສະພາມາເລເຊຍ ໄດ້ສະເໜີຮ່າງມະຕິຂອງຕົນ 1 ສະບັບ ກ່ຽວກັບການສົ່ງເສີມບົດບາດຂອງລັດຖະສະພາ ໃນການບັນລຸວິໄສທັດປະຊາຄົມອາຊຽນຮອດປີ 2045 ຜ່ານການຍົກສູງການທູດລັດຖະສະພາ, ການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນທົ່ວສັງຄົມ ແລະ ຖືກຮັບຮອງຈາກກອງປະຊຸມຢ່າງເປັນເອກະສັນ. ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮ່າງມະຕິ 10 ສະບັບ ແລະ ສາມາດຮັບຮອງເອົາຢ່າງເປັນເອກະສັນ 9 ມະຕິ ຄື:
1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາ ຄັ້ງທີ 14 ໃນລະຫວ່າງກອງປະຊຸມຊຸດຍອດຜູ້ນຳອາຊຽນ ຄັ້ງທີ 46;
2. ມະຕິວ່າດ້ວຍການຮັບຮອງເອົາບົດລາຍກອງປະຊຸມຄະນະປະສານງານໄອປາ (AIPA Caucus) ຄັ້ງທີ 16;
3. ມະຕິວ່າດ້ວຍການສົ່ງເສີມຂໍ້ລິເລີ່ມສັນຕິພາບ ເພື່ອປະຊາຊົນ ແລະ ທົ່ວໂລກ;
4. ມະຕິວ່າດ້ວຍການສົ່ງເສີມບົດບາດຂອງລັດຖະສະພາ ໃນການບັນລຸວິໄສທັດປະຊາຄົມອາຊຽນ 2045 ຜ່ານການຍົກສູງການທູດລັດຖະສະພາ, ການຮ່ວມມືຫຼາຍຝ່າຍ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນທົ່ວສັງຄົມ;
5. ມະຕິວ່າດ້ວຍ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ​ ເພື່ອ​ຕ້ານ​ອາຊະຍາ​ກຳ​ທາງ​ອິນ​ເຕີ​ເນັດ​ຂ້າມ​ຊາດ;
6. ມະຕິວ່າດ້ວຍ​ບົດບາດ​ຂອງ​ລັດຖະສະພາ​ ໃນ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດໃນ​ອາ​ຊຽນ;
7. ມະຕິວ່າດ້ວຍການເພີ່ມທະວີການພົວພັນຄູ່ຮ່ວມມືດ້ານສິດທິມະນຸດລະຫວ່າງ AIPA-AICHR ໃນການຊຸກຍູ້ການເຕີບໂຕແບບກວມລວມ, ການພັດທະນາແບບຍືນຍົງ ແລະ ການ​ຮ່ວມ​ມື​ດ້ານ​ສິດທິ​ມະນຸດ​ໃນ​ພາກ​ພື້ນ;
8. ມະຕິ​ວ່າດ້ວຍ​ການ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ລັດຖະສະພາ ​ກ່ຽວ​ກັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ອາ​ຊຽນ;
9. ມະຕິວ່າດ້ວຍ​ການ​ແກ້​ໄຂ​ສະພາບ​ການ​ດ້ານ​ມະນຸດສະທຳ​ໃນມຽນມາ.