ກອງປະຊຸມການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີX ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V

​ພ.ຈ. 26, 2025

ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໄດ້ດຳເນີນຖືກຕ້ອງຕາມກົດໝາຍ ແລະ ມີຜົນສຳເລັດຕາມລະຮັບຄາດໝາຍ

ຕອນບ່າຍຂອງວັນທີ 25 ພະຈິກ 2025ນີ້ຢູ່ທີຫ້ອງປະຊຸມສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ເປີດກອງປະຊຸມການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີX ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານຂອງ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມມີ ຄະນະປະຈຳພັກແຂວງ,ກຳມະການພັກແຂວງ,ຄະນະປະຈຳສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງຫມົດ 19ທ່ານ,ຍິງ4ທ່ານ.

ໃນກອງປະຊຸມໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ

ພ້ອມນັ້ນໄດ້ຮັບຟັງການຜ່ານແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ,ຮັບຟັງການຜ່ານຂໍ້ຕົກລົງຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງບັນດາອະນຸກຳມະການຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V.

ຫລັງຈາກນັ້ນບັນດາທ່ານຄະນະກໍາມະການເລືອກຕັ້ງຂັ້ນແຂວງໄດ້ພ້ອມກັນປະກອບຄໍາເຫັນແລກປ່ຽນໃສ່ວຽກງານຕ່າງໆ, ບັນດາມະຕິຕ່າງໆຢ່າງລະອຽດພໍສົມຄວນ ເພື່ອຄວາມເປັນເອກະພາບໃນການນຳໄປຈັດຕັ້ງປະຕິບັດ.

ໃນຕອນທ້າຍກອງປະຊຸມທ່ານປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງຈົ່ງຊີ້ນຳນຳພາບັນດາອະນຸກຳມະການທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ, ພ້ອມກັນຮີບຮ້ອນປະຕິບັດຫນ້າທີ່ຕາມຄວາມຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງເພື່ອໃຫ້ສຳເລັດຕາມຄາດໝາຍ.

ໂດຍ ນາງ ອໍາພອນ ສີປະເສີດ