ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ດັ້ນກີບເມກ
ຄວາມສາມັກຄີຈະເກີດຂຶ້ນໄດ້ ຍ້ອນຄວາມເປັນທໍາ-ຄວາມຍຸຕິທໍາ, ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນນີ້ສໍາຄັນຫຼາຍ ທີ່ຈະຊ່ວຍໃຫ້ຊາດກ້າວໜ້າ, ພວກເຮົາສັງເກດໄດ້ວ່າ: ຊາດທີ່ຈະເລີນນັ້ນ ເຂົາມີລະບຽບ ແລະ ຄວາມສາມັກຄີຮັກຫອມພື້ນຖານວັດທະນະທໍາຄວາມເປັນຊາດ ເຊັ່ນດຽວກັບຄອບຄົວໃດໜຶ່ງຖ້າພໍ່ແມ່ຄຸ້ມຄອງລູກຫຼານດ້ວຍຄວາມເປັນທໍາ ຄອບຄົວນັ້ນກໍສະຫງົບສຸກຈະເລີນກ້າວໜ້າ.
ຄົນບູຮານຈຶ່ງສອນປຽບທຽບໄວ້ວ່າ: ກອງບໍ່ມີໜັງຫຸ້ມ ສິເປັນຮາງຜັກບົ່ວ, ມີຫົວຜົມບໍ່ພ້ອມ ເຂົາຊິເອີ້ນວ່າເດີ່ນເຫົາ, ມີວັດບໍ່ມີຜູ້ເຂົ້າ ເຂົາສິລ່າມງົວຄວາຍ, ມີບວຍບໍ່ມີຄັນຈັບບໍ່ຕ່າງກັບກະໂປະຮ້າງ…, ຄວາມສາມັກຄີຊ່ວຍເຫຼືອກັນນີ້ ຄວນຕ້ອງມີຢູ່ໃນທຸກຂົງເຂດວຽກງານ ທັງໃນຄອບຄົວ, ຫ້ອງການຕ່າງໆ. ແຕ່ສິ່ງທີ່ໜ້າຄິດກ່ອນຄວາມສາມັກຄີຈະເກີດຂຶ້ນໄດ້ ກໍອາໄສຜູ້ເປັນຫົວໜ້າຮູ້ຈັກຄຸ້ມຄອງລູກນ້ອງ ດ້ວຍຄວາມຍຸຕິທໍາ ບໍ່ເລືອກແບ່ງຄົນເຈົ້າຄົນຂ້ອຍ ຖ້າວ່າຜູ້ເປັນຫົວໜ້າຫາກຂາດຄວາມຮູ້ໃນການຄຸ້ມຄອງລູກນ້ອງນີ້ບັນຫາກໍຈະເກີດຂຶ້ນ ຫຼືວ່າຫົວໜ້າເປັນຄົນເຫັນແກ່ໂຕນີ້ ກໍເປັນບັນຫາແກ້ບໍ່ຕົກ.
ຖ້າວ່າໃນຫ້ອງການໃດໜຶ່ງ ຫົວໜ້າປົກຄອງບໍ່ຍຸຕິທໍາ-ລູກນ້ອງຈະບໍ່ເຊື່ອຟັງ ພາໃຫ້ການເຮັດວຽກມີບັນຫາ ເຂົ້າທໍານອງຄົນບູຮານວ່າ: ໄມ້ລໍາດຽວລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມ ແປງບ້ານບໍ່ເຮືອງ, ຜູ້ຂຽນຍົກມາເປັນຕົວຢ່າງສອງແບບຄື: ການປົກຄອງຂອງພໍ່ແມ່ໃນຄອບຄົວ ແລະ ການຄຸ້ມຄອງພາຍໃນຫ້ອງການ ຫຼື ບ້ານໜຶ່ງ ຖ້າວ່ານາຍບ້ານເຫັນແກ່ໂຕ, ເຫັນແກ່ພັກພວກ ບໍ່ເຫັນແກ່ລູກບ້ານ ກໍຈະເຮັດໃຫ້ການພັດທະນາເກີດບັນຫາ ເພາະຄວາມຍຸຕິທໍາມັນຈະກໍ່ໃຫ້ເກີດຄວາມຍິນດີເຕັມໃຈຈາກທຸກຝ່າຍ. ດັ່ງນັ້ນ, ຄວາມສາມັກຄີບໍ່ພຽງແຕ່ເວົ້າຢ່າງດຽວ ຕ້ອງປະພຶດເປັນແບບຢ່າງນໍາອີກ.