loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ)

ກ.ຍ. 22, 2023 | SlideMobile, ຂ່າວເດັ່ນ

(ສພຊ) ກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ໄດ້ມີຂຶ້ນໃນລະຫວ່າງວັນທີ 20-23 ກັນຍາ 2023 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ອໍາໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາທ່ານຄະນະທີ່ປືກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ, ຄະນະກົມ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ ທ່ານ ສົມມາດ ພົລເສນາ ໄດ້ກ່າວເປີດກອງປະຊຸມ ເຊິ່ງທ່ານ ໃຫ້ຮູ້ວ່າ: ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ເປັນໜຶ່ງໃນຈໍານວນ 7 ກົດໝາຍ ທີ່ລັດຖະບານ ສະເໜີຫາຄະນະປະຈໍາສະພາແຫ່ງຊາດ ຕາມໜັງສືສະເໜີ ສະບັບເລກທີ 66/ລບ, ລົງວັນທີ 29 ສິງຫາ 2023 ເຊິ່ງກ່ອນລັດຖະບານ ຈະສະເໜີຫາຄະນະປະຈໍາສະພາແຫ່ງຊາດ ໃນຄັ້ງນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຄົ້ນຄວ້າປັບປຸງຕາມຂັ້ນຕອນຂອງການສ້າງ ແລະ ປັບປຸງກົດໝາຍ ຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ, ສະນັ້ນ ການຈັດກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສຳຄັນຫຼາຍ ເພາະຈະເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍຢ່າງລະອຽດ, ຮອບ ດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນທີ່ຄົບຖ້ວນ, ຮັດກຸມ ແລະ ສາມາດນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍເດືອນຕຸລາ 2023 ນີ້ໄດ້.
ໃນວາລະຂອງກອງປະຊຸມ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຜ່ານບົດສະເໜີກ່ຽວກັບການປັບປຸງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ໂດຍໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ, ຂະບວນການຄົ້ນຄວ້າປັບປຸງກົດໝາຍ, ໂຄງປະກອບ ແລະ ເນື້ອໃນສຳຄັນຂອງຮ່າງກົດໝາຍ ແລະ ອື່ນໆ ເຊິ່ງໃນໄລຍະຜ່ານມາ ເຫັນວ່າຍັງບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ບໍ່ສອດຄ່ອງກັບເງື່ອນໄຂຂອງການພັດທະນາເສດຖະກິດສັງຄົມໃນປັດຈຸບັນ, ຍັງມີບາງເນື້ອໃນທີ່ບໍ່ຈະແຈ້ງ, ລະອຽດ, ຮັດກຸມ ແລະ ຄົບຖ້ວນ ເພື່ອຮັບປະກັນຜົນປະໂຫຍດຂອງເຈົ້າຂອງຊັບສິນທາງປັນຍາ ແລະ ປະຊາຊົນລາວບັນດາເຜົ່າ.
ໃນກອງປະຊຸມ, ຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ແລະ ເປັນເອ
ກະພາບກັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ຢ່າງກົງໄປກົງມາ ເຊິ່ງປະກອບມີ XI ພາກ, 22 ໝວດ ແລະ 142 ມາດຕາ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍດັ່ງກ່າວ ຄົບຖ້ວນ ແລະ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ສົນທິສັນຍາ, ສັນຍາສາກົນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດຕົວຈິງ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ມູນນິທິເອເຊຍ ປະຈຳ ສປປລາວ.