ກວດກາເນື້ອໃນຮອບດ້ານຮ່າງກົດໝາຍພະນັກງານໄອຍະການ

ພ.ພ. 19, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ວັນທີ 16-17 ພຶດສະພານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ; ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄໍາແພງ ວິລະພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ, ວິເຄາະວິໄຈເນື້ອໃນຕ່າງໆ ຂອງກົດໝາຍຢ່າງລະອຽດ, ເລິກເຊິ່ງ ຮັບປະກັນຄວາມພ້ອມທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ ກ່ອນນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງມີເຫດຜົນ, ກົງໄປກົງມາ ແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ຫາກມີເນື້ອໃນ, ບັນຫາໃດ ທີ່ກອງປະຊຸມບໍ່ສາມາດຕົກລົງເປັນເອກະພາບກັນໄດ້ນັ້ນ ຈະໄດ້ນໍາສະເໜີຂໍຄຳເຫັນຈາກກອງປະຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາຕື່ມ.
ທ່ານ ນາງ ພອນເພັດ ອຸ່ນແກ້ວ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ເພື່ອເຮັດໃຫ້ການຄຸ້ມຄອງພະນັກງານໄອຍະການ ໄດ້ຢ່າງລວມສູນ, ເປັນເອກະພາບ ແລະ ມີປະສິດທິຜົນ ຈຶ່ງມີຄວາມຈໍາເປັນຕ້ອງສ້າງເຄື່ອງມືໃນການຄຸ້ມຄອງພະນັກງານໄອຍະການໃນຂອບເຂດທົ່ວປະເທດ ດ້ວຍການກໍານົດມາດຕະຖານ, ເງື່ອນໄຂ, ການສອບເສັງ, ການປະເມີນຜົນ, ການເລື່ອນຂັ້ນ, ການປົດຂັ້ນ, ການຍົກຍ້າຍ ລວມທັງກໍານົດນະໂຍບາຍຕໍ່ພະນັກງານ, ຈັນຍາບັນ, ຈັນຍາທຳ, ການປະຕິບັດວິໄນ, ການກວດກາ, ການປົກປ້ອງ, ສິດ ແລະ ໜ້າທີ່ຂອງພະນັກງານໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ຈະແຈ້ງ, ຄົບຖ້ວນ ເພື່ອຮັບປະກັນໃຫ້ພະນັກງານໄອຍະການ ໄດ້ຮັບການພັດທະນາຮອບດ້ານດ້ວຍຄຸນນະພາບ ບໍ່ວ່າຈະເປັນທາງດ້ານທິດສະດີການເມືອງ-ການປົກຄອງ, ວຽກງານວິຊາສະເພາະ, ພາສາຕ່າງປະເທດ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ການເມືອງ ໃຫ້ມີຜົນສໍາເລັດ ແລະ ຖືກຕ້ອງຕາມກົດໝາຍ.
(ສອນສັກ ວັນວິໄຊ)