(ສພຊ) – ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະຕໍ່ຂະແໜງການເສດຖະກິດ:
1. ຂົງເຂດອຸດສາຫະກໍາ, ການຄ້າ ແລະ ພະລັງງານບໍ່ແຮ່
1) ສຸມໃສ່ການປຸງແຕ່ງພາຍໃນໃຫ້ຫຼາຍຂຶ້ນ ເພື່ອນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ເປັນປະໂຫຍດ ທັງເປັນການສ້າງມູນຄ່າໃຫ້ແກ່ຜະລິດຕະພັນນັບມື້ນັບສູງ;
2) ກວດກາ ແລະ ປະເມີນຄືນ ການອະນຸມັດໂຄງການຂຸດຄົ້ນແຮ່ທາດ, ຄວນຈະຢຸດເຊົາ ຫຼື ສືບຕໍ່ເພີ່ມຈັກໂຄງການ ແລະ ຄວນສະຫງວນໄວ້ໃຫ້ລູກຫຼາຍໃນຕໍ່ໜ້າ;
3) ຄົ້ນຄວ້າຄືນໂຄງສ້າງລາຄາໄຟຟ້າ ແຕ່ປີ 2025-2029 ເຫັນວ່າມີການປັບລາຄາສູງຂຶ້ນເປັນຂັ້ນໆ ເຮັດໃຫ້ສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ ແລະ ມີຫາງສຽງຈາກສັງຄົມຈໍານວນຫຼາຍ.
2. ຂົງເຂດກະສິກໍາ ແລະ ສິ່ງແວດລ້ອມ
1) ຊຸກຍູ້, ສົ່ງເສີມການຜະລິດກະສິກໍາໃຫ້ແຂງແຮງ ໂດຍຍົກສະມັດຖະພາບການຜະລິດ, ປັດໄຈການຜະລິດ, ເຕັກນິກວິຊາການ, ພື້ນຖານໂຄງລ່າງ, ການສ້າງກຸ່ມສະຫະກອນການຜະລິດ ແລະ ການສະໜອງສິນເຊື່ອ SME ທີ່ມີດອກເບ້ຍຜ່ອນຜັນ ໃຫ້ແກ່ຊາວກະສິກອນ ເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ, ການຊອກຫາຕະຫຼາດໃຫ້ແກ່ຜະລິດຕະພັນ;
2) ມີນະໂຍບາຍ ແລະ ມາດຕະການ ໃນການຊ່ວຍເຫຼືອ ແລະ ຟື້ນຟູພື້ນທີ່ທໍາການຜະລິດຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ດ້ວຍຫຼາຍຮູບການ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດທໍາການຜະລິດໄດ້ຕໍ່;
3) ໃຫ້ມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ, ກວດກາຄືນ ວຽກງານການຟື້ນຟູປ່າ ແລະ ປູກປ່າທົດແທນ ຂອງບັນດາໂຄງການລົງທຶນທີ່ໄດ້ມີການຫັນປ່ຽນທີ່ດິນປ່າໄມ້ ໄປເປັນທີ່ດິນປະເພດອື່ນ;
4) ຄົ້ນຄວ້າຄືນການກຳນົດຕົວເລກຄາດໝາຍການຂຶ້ນໃບທະບຽນອອກໃບຕາດິນ ໃຫ້ສອດຄ່ອງກັບຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງຂອງທ້ອງຖິ່ນ, ກວດກາຄືນອັດຕາຄ່າທໍານຽມ ແລະ ການບໍລິການ ຍັງມີລາຄາທີ່ສູງກວ່ານິຕິກໍາກໍານົດ;
5) ການຄຸ້ມຄອງໂຄງການລົງທຶນ ຕິດພັນກັບວຽກງານເຊົ່າສໍາປະທານທີ່ດິນລັດ ຍັງບໍ່ມີຄວາມເປັນເອກະພາບກັນ, ການແບ່ງຄວາມຮັບຜິດຊອບບໍ່ຈະແຈ້ງ, ເຮັດພໍໃຜພໍລາວ, ຫຼາຍໂຄງການຍັງບໍ່ທັນໄດ້ມີການຂຶ້ນທະບຽນນໍາໃຊ້ທີ່ດິນ, ບາງໂຄງການມີຂໍ້ຂັດແຍ້ງທີ່ດິນ ແຕ່ຍັງບໍ່ມີການແກ້ໄຂແບບເດັດຂາດ, ບາງໂຄງການໄດ້ຮັບແຈ້ງຢຸດຕິກິດຈະການ ແຕ່ກໍຍັງດໍາເນີນງານເປັນປົກກະຕິ, ໂຄງການໄດ້ຮັບອະນຸຍາດ ແຕ່ບໍ່ດໍາເນີນງານ ເປັນການຈັບຈອງທີ່ດິນ ຫຼື ມີການຂາຍກິດຈະການໂຄງການລະຫວ່າງຜູ້ປະກອບການເອງ ໂດຍບໍ່ໄດ້ລາຍງານລັດຖະບານ.
3. ຂົງເຂດໂຍທາທິການ ແລະ ຂົນສົ່ງ
1) ຈັດສັນງົບປະມານສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຫຼວງແຫ່ງຊາດພາຍໃນປະເທດ ແລະ ເສັ້ນທາງທ້ອງຖິ່ນ ທັງຄວບຄຸມນໍ້າໜັກຂອງລົດບັນທຸກຢ່າງເຂັ້ມງວດ;
2) ພິຈາລະນາຄືນ ແລະ ສຶກສາພື້ນຖານຄວາມຕ້ອງການຂອງປະເທດຊາດ ເພື່ອກໍ່ສ້າງໂຄງການລົດເມດ່ວນ (BRT) ເຊິ່ງກ່ອນການລົງມື ຄວນຮັບຟັງຄໍາຄິດເຫັນ ແລະ ທາບທາມຄໍາຄິດຄໍາເຫັນປະຊາຊົນກ່ອນ ເພາະໂຄງການດັ່ງກ່າວ ເຫັນວ່າບໍ່ທັນແທດເໝາະກັບສະພາບຄວາມເປັນຈິງດ້ານພື້ນຖານໂຄງລ່າງຂອງລາວໃນປັດຈຸບັນ;
3) ພິຈາລະນາກ່ຽວກັບການກໍານົດບາງດ່ານສາກົນພາຍໃນປະເທດ ເນື່ອງຈາກຍັງມີຫຼາຍດ່ານທີ່ ສປປລາວ ກໍານົດເປັນດ່ານສາກົນ ແຕ່ປະເທດໃກ້ຄຽງຍັງບໍ່ທັນກໍານົດເປັນດ່ານສາກົນ ເຊິ່ງເຮັດໃຫ້ການພົວພັນປະສານງານບໍ່ທັນໂລ່ງລ່ຽນ ແລະ ຍົກລະດັບການບໍລິການຂອງດ່ານສາກົນ, ປະເພນີ ແລະ ທ້ອງຖິ່ນ ເປັນຕົ້ນດ້ານພື້ນຖານໂຄງລ່າງຂອງດ່ານ, ສະໜອງງົບປະມານໃຫ້ແກ່ການບໍລິການ, ການສ້າງບຸກຄະລາກອນ ແລະ ອື່ນໆ.
4. ຂົງເຂດເຕັກໂນໂລຊີ
1) ກວດກາຄືນຕໍ່ກັບການເກັບຄ່າບໍລິການຮັກສາຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈໍານວນ 3,000 ກີບ/ໝາຍເລກ/ເດືອນ ເຫັນວ່າຍັງມີຫາງສຽງຈົ່ມວ່າຈາກສັງຄົມ ແລະ ປະຊາຊົນ ຕໍ່ກັບການຕັດເງິນຈໍານວນດັ່ງກ່າວ, ຄວນອະທິບາຍຊີ້ແຈງໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງຕື່ມ;
2) ຈັດສັນງົບປະມານໃນການຊຸກຍູ້ສົ່ງເສີມດ້ານການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ ເຂົ້າໃນທຸກຂົງເຂດວຽກງານ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດດິຈິຕອນ.
ກວດກາຄືນການເກັບຄ່າບໍລິການຮັກສາຄວາມປອດໄພໂທລະຄົມມະນາຄົມ 3,000 ກີບ, ໂຄງການ BRT ຄວນທາບທາມຄໍາຄິດເຫັນປະຊາຊົນກ່ອນ, ຄົ້ນຄວ້າຄືນໂຄງສ້າງລາຄາໄຟຟ້າ ແຕ່ປີ 2025-2029
