(ສພຂ) – ວັນທີ 30 ກໍລະກົດຜ່ານມາ, ສະພາປະຊາຊົນແຂວງ (ສພຂ) ຜົ້ງສາລີ ໄດ້ຈັດກອງປະຊຸມຕິດຕາມກວດກາວຽກງານຍຸຕິທໍາ ປະຈໍາປີ 2025 ຂອງກຳມາທິການຍຸຕິທໍາ (ກມຍທ) ພາຍໃຕ້ການເປັນປະທານຂອງທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກຳມາທິການຍຸຕິທໍາ, ມີທ່ານ ຫຸມເພັງ ຈອມວິສານ ຮອງປະທານສະພາປະຊາຊົນແຂວງ, ທ່ານປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການ-ອົງການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍພະນັກງານຈາກ ກມຍທ ແລະ ສພຂ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 3 ທ່ານ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜົນການຕິດຕາມກວດກາວຽກງານຂົງເຂດຍຸຕິທໍາ ປະຈໍາປີ 2025; ການຈັດຈັຕັ້ງປະຕິບັດກົດໝາຍຂອງສານປະຊາຊົນແຂວງ ໂດຍສະເພາະການປະຕິບັດຫຼັກການໃນການໂຕ້ແຍ້ງ-ໂຕ້ຖຽງ; ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ການຕິດຕາມກວດກາການດຳເນີນຄະດີ, ການຖະແຫຼງສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ການແກ້ໄຂບັນຫາການກັກຕົວ, ຈັບຕົວ, ກັກຂັງ ທີ່ມີການລະເມີດກົດໝາຍ ແລະ ການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ການເຄື່ອນໄຫວວຽກງານປະຕິບັດຄໍາຕັດສິນຂອງສານ ປະຈໍາປີ 2024; ວຽກງານສືບສວນ-ສອບສວນ ປະຈໍາປີ 2024; ວຽກງານດຳເນີນຄະດີໃນການກວດກາລັດ ແລະ ການຕ້ານການສໍ້ລາດບັງຫຼວງ ປະຈໍາປີ 2024.

ຕອນບ່າຍຂອງວັນດຽວກັນ, ຄະນະທີມງານຍັງໄດ້ລົງຕິດຕາມສັງເກດການຕົວຈິງໃນທີ່ປະຊຸມສານ ກ່ຽວກັບການໂຕ້ແຍ້ງ-ໂຕ້ຖຽງ ຢູ່ສານປະຊາຊົນແຂວງ.
(ພຸດສະດີ ແສງຈອມຄູນ)