ໜ່ວຍພັກສະພາປະຊາຊົນແຂວງ ເຜີຍແຜ່ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ.

ສ.ຫ. 4, 2026

ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2026 ນີ້, ຢູ່ທີ່ ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ໂດຍການເປັນປະ ທານຂອງສະຫາຍ ນ. ຄຳໝັ້ນ ແກ້ວບຸນຫວນ ກໍາມະ ການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈໍາການ, ມີສະຫາຍ ຄໍາຈັນ ວ່າບົວແສງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຄະນະພັກ ແລະ ສະມາຊິກພັກພາຍໃນ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ແລະ ຜັນຂະ ຫຍາຍ ບົດສະເໜີ ໂຄງການ ການເມືອງຂອງພັກ ສະບັບທີ 3, ເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ຂອງແຂວງ.
ຜູ້ເຂົ້າຮ່ວມ ໄດ້ມີຄໍາຄິດຄໍາເຫັນແລກປ່ຽນເພີ່ມເຕີ່ມ ແລະ ປະທານໄດ້ສະຫລຸບສັງລວມ ແລະ ກ່າວປິດ ກອງປະຊຸມ, ເຊິ່ງໃຊ້ເວລາ 1 ຕອນ ແລະ ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້.
ພາບ/ຂ່າວ: ສະພາປະຊາຊົນແຂວງ.