(ສພຊ) – ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2026 ໂດຍສະເພາະຂົງເຂດວັດທະນະທຳ-ສັງຄົມ ທີ່ທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ສະເໜີຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ເມື່ອວັນທີ 5 ຕຸລາຜ່ານມາ ເຊິ່ງທ່ານໃຫ້ຮູ້ວ່າ:
ຂະແໜງສຶກສາທິການ ແລະ ກິລາ: ໄດ້ສົ່ງເສີມສາຍສາມັນວິຊາຊີບ ແລະ ປັບປຸງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ, ພັດ ທະນາປຶ້ມແບບຮຽນ ແລະ ຄູ່ມືຄູ ຕາມທິດທັນສະໄໝ; ປັບປຸງບັນດາວິທະຍາໄລສ້າງຄູໃນທົ່ວປະເທດ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ, ກະກຽມສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ແລະ ໂຮງຮຽນມິດ ຕະພາບ ລາວ-ລັດເຊຍ; ແກ້ໄຂບັນຫາຄູອາສາສະໝັກສໍາເລັດໂດຍພື້ນຖານ ໂດຍບັນຈຸໂກຕາລັດຖະກອນຄູເຂົ້າໃນກຳປ້ອງກັນຊາດ ແລະ ໂກຕາຄູທົດແທນຕາມຈໍານວນທີ່ສູນເສຍ.
ຂະແໜງສາທາລະນະສຸກ: ໄດ້ສຸມໃສ່ປະຕິບັດວຽກງານການໃຫ້ວັກຊິນກັນພະຍາດໃນຂອບເຂດທົ່ວປະເທດ, ປັບປຸງ ແລະ ປະຕິບັດວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ, ປະເມີນວຽກງານຄຸນນະພາບການບໍລິການປິ່ນປົວ 5 ດີ 1 ພໍໃຈ ຢູ່ໂຮງໝໍແຂວງຫຼວງພະບາງ ແລະ ອຸດົມໄຊ, ແລະ ເອົາໃຈໃສ່ການເຝົ້າລະວັງການລະບາດຂອງພະຍາດຕາມລະດູການຕ່າງໆ.
ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ: ຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະ ເທດ ໄດ້ 119,382 ຄົນ ລື່ນແຜນການ 45.23% (ມະຕິ ສພຊ: 82,200 ຄົນ), ຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ໂດຍການຂຶ້ນທະບຽນໃໝ່ ແລະ ຈ່າຍເງິນສົມທົບ ໄດ້ 41,814 ຄົນ ເທົ່າກັບ 50% ຂອງແຜນການ (ມະຕິ ສພຊ: 84,126 ຄົນ); ໄດ້ຄົ້ນຄວ້າ ແລະ ຂໍອະນຸມັດງົບປະມານຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ຕາມດຳລັດ 57/ລບ ຈໍານວນ 7,290 ທ່ານ ລື່ນແຜນການ 376% (ມະຕິ ສພຊ: 1,530 ທ່ານ) ເປັນເງິນປະມານ 125.67 ຕື້ກີບ (ມະຕິ ສພຊ: 25 ຕື້ກີບ) ແລະ ໃຫ້ພະນັກງານເສຍອົງຄະ ຈໍານວນ 41 ທ່ານ ເປັນເງິນ 200.02 ລ້ານກີບ.
ຂະແໜງວັດທະນະທຳ ແລະ ການທ່ອງທ່ຽວ: ນັກທ່ອງທ່ຽວສາກົນເຂົ້າມາ ສປປລາວ ໄດ້ 3,279,241 ເທື່ອຄົນ ເທົ່າກັບ 73% ຂອງແຜນການປີ (ມະຕິ ສພຊ: 4,462,252 ເທື່ອຄົນ) ຄາດຄະເນໝົດປີ 3,664,568 ເທື່ອຄົນ ເທົ່າກັບ 81.8% ຂອງແຜນການ (ຫຼຸດລົງປະມານ 20% ທຽບໃສ່ປີ 2025) ສ້າງລາຍຮັບໝູນວຽນຈາກການທ່ອງທ່ຽວ ໄດ້ 960 ກວ່າລ້ານໂດລາ, ສໍາເລັດການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນເທດສະບານເມືອງວັງວຽງ, ສໍາເລັດການຮັບຮອງແຜນພັດທະນາການທ່ອງທ່ຽວຂອງ ສປປລາວ ສໍາລັບປີ 2026-2030, ສໍາເລັດການຮ່ວມມືແກ້ໄຂບັນຫາທົ່ວ 0 ໂດລາ ໂດຍໄດ້ລົງກວດກາຮ້ານຂາຍເຄື່ອງທີ່ລະນຶກທີ່ໄດ້ຮັບການລາຍງານກ່ຽວກັບການບັງຄັບຊື້ສິນຄ້າແພງ ແລະ ບໍ່ມີຄຸນນະພາບ, ແລະ ຝຶກອົບຮົມນໍາໃຊ້ລະບົບອະນຸຍາດນໍາເຂົ້ານັກທ່ອງທ່ຽວແບບອອນລາຍ ເພື່ອຫັນເປັນທັນສະໄໝ
ແກ້ໄຂບັນຫາຄູອາສາສະໝັກສໍາເລັດໂດຍພື້ນຖານ
