ເຫດຜົນປັບປຸງກົດໝາຍນາຍທະຫານກອງທັບປະຊາຊົນລາວ

ຕ.ລ. 15, 2026

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງວັນທີ 13 ຕຸລານີ້, ທ່ານ ພົທ. ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ເຊິ່ງລາຍງານໃຫ້ຊາບວ່າ: ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວສະບັບທຳອິດ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ V ສະບັບເລກທີ 07/ສພຊ, ລົງວັນທີ 22 ຕຸລາ 2004, ຜ່ານການຈັດຕັ້ງປະຕິບັດເປັນເວລາ 14 ປີ ເຫັນວ່າໂຄງສ້າງຂອງກົດໝາຍບໍ່ທັນສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ, ການກໍານົດເນື້ອໃນບາງມາດຕາ ຍັງບໍ່ທັນແທດເໝາະກັບສະພາບການຂະຫຍາຍຕົວຂອງກອງທັບ, ມີບາງບັນຫາຍັງບໍ່ທັນໄດ້ກຳນົດໄວ້ໃນກົດໝາຍ; ສະນັ້ນ, ຈຶ່ງໄດ້ປັບປຸງກົດໝາຍສະບັບນີ້ໃນປີ 2018 ເຊິ່ງຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ສະບັບເລກທີ 084/ສພຊ, ລົງວັນທີ 14 ມິຖຸນາ 2018. ມາຮອດປີ 2023 ກະຊວງປ້ອງກັນປະເທດ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປະເມີນຜົນການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເຊິ່ງເຫັນວ່າຍັງມີບາງບັນຫາພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ, ບາງເນື້ອໃນທີ່ກຳນົດໄວ້ໃນກົດໝາຍ ແຕ່ບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ກົງກັນຂ້າມ ເນື້ອໃນທີ່ບໍ່ໄດ້ກຳນົດໄວ້ໃນກົດໝາຍ ແຕ່ໄດ້ຈັດຕັ້ງປະຕິບັດ ເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍບໍ່ມີຄວາມເປັນເອກະພາບ ແລະ ບໍ່ເຂັ້ມງວດ; ນອກນັ້ນ, ການກຳນົດເນື້ອໃນບາງມາດຕາຂອງກົດໝາຍ ບໍ່ທັນຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ຍັງມີຊ່ອງວ່າງ ເປັນສາເຫດໃຫ້ມີການຕີຄວາມໝາຍໄດ້ຫຼາຍແງ່.
ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ເນື່ອງຈາກການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເປັນຕົ້ນ: ການປັບປຸງກໍ່ສ້າງກົມກອງເຫຼົ່າຮົບ ທີ່ກອງທັບພວມຈັດຕັ້ງປະຕິບັດຢູ່ປັດຈຸບັນ ເຊິ່ງກົດໝາຍປີ 2018 ບໍ່ໄດ້ກຳນົດໄວ້. ການກຳນົດເນື້ອໃນບາງມາດຕາ ຍັງບໍ່ທັນຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນ; ຍັງມີບາງບັນຫາບໍ່ທັນໄດ້ກຳນົດໄວ້ໃນກົດໝາຍ ແລະ ການກຳນົດເນື້ອໃນບາງອັນ ບໍ່ທັນມີລັກສະນະຊຸກຍູ້, ສົ່ງເສີມ ໃຫ້ນາຍທະຫານມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ເປັນຕົ້ນ: ອາຍຸກະສຽນປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານແຕ່ລະຂັ້ນ; ການປະດັບຊັ້ນ ແລະ ປະດັບທຽບຊັ້ນ ເປັນນາຍທະຫານ; ເງື່ອນໄຂການເລື່ອນຊັ້ນຂອງນາຍທະຫານ; ການກຳນົດຊັ້ນໃສ່ຕຳແໜ່ງບັນຊາຂອງນາຍທະຫານ; ອາຍຸກະສຽນຮັບບຳນານ; ການຍົກຂັ້ນເງິນເດືອນ; ການເສຍອົງຄະ; ການບັນຊາລະບົບສອງຫົວໜ້າ ແລະ ບັນຫາອື່ນ ທີ່ຕິດພັນກັບການປະຕິບັດນະໂຍບາຍຂອງນາຍທະຫານ.
ພາຍຫຼັງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ, ຄາດວ່າຈະມີຜົນໄດ້ຮັບດັ່ງນີ້: ເປັນເຄື່ອງມືອັນສໍາຄັນໃຫ້ລັດ ໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ ແລະ ເປັນບ່ອນອີງໃຫ້ກະຊວງປ້ອງກັນປະເທດ ໃນການຄຸ້ມຄອງ, ນໍາພາບັນຊາ, ສ້າງນາຍທະຫານ ແລະ ການປະຕິບັດນະໂຍບາຍຕໍ່ນາຍທະຫານ ເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ນາຍທະຫານເຮັດສຳເລັດໜ້າທີ່, ຊ່ວຍເຫຼື່ອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວ ເປັນຕົ້ນ: ຄອບຄົວນາຍທະຫານຜູ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບຳນານ ແລະ ຄອບຄົວນາຍທະຫານຜູ້ທີ່ພວມປະຕິບັດໜ້າທີ່ພິເສດຢູ່ເຂດຫ່າງໄກສອກຫຼີກ, ທຸລະກັນດານ; ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງກອງທັບ ທີ່ພັກ-ລັດ ມອບໝາຍໃຫ້; ກົດໝາຍມີເນື້ອໃນຄົບຖ້ວນ, ຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບສະພາບການປັບປຸງກໍ່ສ້າງກອງທັບໄລຍະໃໝ່.