ເສີມສ້າງສາຍພົວພັນຮ່ວມມືລະຫວ່າງ ສະພາປະຊາຊົນແຂວງອັດຕະປື-ດັກລັກ.

ສ.ຫ. 24, 2026

ວັນທີ 23 ສິງຫາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງອັດຕະປື ໄດ້ຈັດກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງຄະນະສະພາປະຊາຊົນ ແຂວງອັດຕະປື ກັບ ຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ ໂດຍມີຈຸດປະສົງເພື່ອແລກປ່ຽນຂໍ້ມູນ, ບົດຮຽນ ແລະ ປະສົບການໃນການດຳເນີນງານຂອງສະພາ, ຍົກສູງປະສິດທິພາບວຽກງານ ພ້ອມທັງສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມລະຫວ່າງສອງແຂວງ.ເຂົ້າຮ່ວມການພົບປະຄັ້ງນີ້, ຝ່າຍແຂວງອັດຕະປື ນຳໂດຍ: ທ່ານ ພູວັນ ພົມມະຈັນ ຄະນະປະຈໍາ​ພັກ​ແຂວງ, ຮອງປະທານສະພາປະຊາຊົນ ແຂວງອັດຕະປື (ຜູ້ປະຈໍາການ)​ພ້ອມຄະນະ, ຝ່າຍສະພາປະຊາຊົນ ແຂວງດັກລັກ ນຳໂດຍ: ທ່ານ ໂດ໊ ຖາຍ ຟອງ, ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງດັກລັກ ພ້ອມຄະນະ.ໃນໂອກາດນີ້ ຝ່າຍແຂວງອັດຕະປື ໄດ້ນຳສະເໜີສະພາບລວມຂອງແຂວງ, ສະພາບພື້ນຖານດ້ານພູມສາດ, ເສດຖະກິດ, ສັງຄົມ, ທ່າແຮງດ້ານຊັບພະຍາກອນ ແລະ ທິດທາງການພັດທະນາແຂວງພ້ອມກັນນີ້ ໄດ້ນຳສະເໜີບົດບາດ ແລະ ການດຳເນີນງານຂອງສະພາປະຊາຊົນ ແຂວງອັດຕະປື ໃນການພິຈາລະນາຮັບຮອງບັນຫາສຳຄັນຂອງທ້ອງຖິ່ນ, ການອອກມະຕິ, ການຕິດຕາມກວດກາການນຳໃຊ້ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ, ໂຄງການລົງທຶນ ແລະ ການແກ້ໄຂຄຳຮ້ອງທຸກ, ຄຳສະເໜີຂອງປະຊາຊົນ. ປັດຈຸບັນ ລະບົບການຈັດຕັ້ງຂັ້ນທ້ອງຖິ່ນມີການປັບປຸງຫຼາຍດ້ານ ເພື່ອໃຫ້ກົງຈັກລັດມີຄວາມກະທັດຮັດ, ສົມເຫດສົມຜົນ, ຫຼຸດຜ່ອນຄວາມຊ້ຳຊ້ອນ ແລະ ຍົກສູງຄຸນນະພາບການບໍລິຫານ. ສຳລັບສະພາປະຊາຊົນ ແຂວງອັດຕະປື ໄດ້ປັບປຸງໂຄງສ້າງວຽກງານໃຫ້ເໝາະສົມກັບໜ້າທີ່ໃໝ່ ໂດຍມີ 3 ຄະນະກຳມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ ປະກອບມີ: ຄະນະກຳມະການເສດຖະກິດ-ການເງິນ; ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ແລະ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ. ການຈັດວາງໂຄງສ້າງດັ່ງກ່າວ ມຸ່ງເນັ້ນໃຫ້ບຸກຄະລາກອນໜຶ່ງຄົນສາມາດຮັບຜິດຊອບຫຼາຍວຽກງານ, ຫຼຸດຜ່ອນຈຳນວນກົງຈັກ ແລະ ບຸກຄະລາກອນທີ່ຊ້ຳຊ້ອນ, ພ້ອມທັງເນັ້ນໃສ່ຄຸນນະພາບ, ປະສິດທິຜົນ ແລະ ຜົນສຳເລັດຂອງວຽກງານເປັນສຳຄັນ.ຈາກນັ້ນ, ຝ່າຍສະພາປະຊາຊົນ ແຂວງດັກລັດ ທ່ານ ໂດ໊ ຖາຍ ຟອງ ໄດ້ກ່າວຈຸດປະສົງຂອງການນຳຄະນະມາພົບປະໃນຄັ້ງນີ້ ພ້ອມທັງນຳສະເໜີສະພາບລວມ, ຂໍ້ມູນພື້ນຖານ ແລະ ບົດຮຽນຈາກການດຳເນີນງານຂອງສະພາປະຊາຊົນ ແຂວງດັກລັກ. ພ້ອມກັນນັ້ນ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍອັດຕະປື ໃນການຕ້ອນຮັບຢ່າງອົບອຸ່ນ ແລະ ການເປີດກວ້າງໃນການແລກປ່ຽນບົດຮຽນ.ການພົບປະໄດ້ເນັ້ນໃສ່ການແລກປ່ຽນບົດຮຽນໃນຫຼາຍດ້ານ ເຊັ່ນ: ຮູບແບບການຈັດການປະຊຸມ, ຂັ້ນຕອນການອອກມະຕິ, ວຽກງານຕິດຕາມກວດກາ, ການຮັບ ແລະ ພິຈາລະນາຄຳຮ້ອງທຸກ, ການຮັບຟັງສຽງຂອງປະຊາຊົນ ຕະຫຼອດຮອດການກວດກາການຈັດຕັ້ງບັນດາໂຄງການລົງທຶນຂອງລັດ. ທັງສອງຝ່າຍໄດ້ຮ່ວມກັນສົນທະນາ, ສະເໜີຄຳຖາມ, ແລະ ແລກປ່ຽນວິທີການແກ້ໄຂບັນຫາຕ່າງໆ ຈາກປະສົບການຕົວຈິງ, ເຊິ່ງຈະເປັນບົດຮຽນອັນມີຄຸນຄ່າໃຫ້ແກ່ການປັບປຸງວຽກງານຂອງແຕ່ລະຝ່າຍ.ໃນດ້ານທິດທາງຕໍ່ໜ້າ, ສອງຝ່າຍເຫັນດີຈະສືບຕໍ່ຮັກສາ ແລະ ພັດທະນາກົນໄກການຮ່ວມມື, ສົ່ງເສີມການແລກປ່ຽນຄະນະຜູ້ແທນທັງລະດັບການນຳ ແລະ ລະດັບວິຊາການ, ສືບຕໍ່ແລກປ່ຽນບົດຮຽນດ້ານນິຕິກຳ, ການກວດກາ, ການພົວພັນກັບປະຊາຊົນ ແລະ ວຽກງານວິຊາການອື່ນໆ, ພ້ອມທັງວາງແຜນຈັດສຳມະນາ, ຝຶກອົບຮົມດ້ານພາສາ ແລະ ວິຊາສະເພາະໃນທ້າຍປີ 2026 ເພື່ອຍົກສູງຄວາມຮູ້, ທັກສະ ແລະ ຂີດຄວາມສາມາດໃຫ້ແກ່ບຸກຄະລາກອນ.ການພົບປະໃນຄັ້ງນີ້ ຈຶ່ງເປັນອີກໜຶ່ງກ້າວສຳຄັນໃນການສືບຕໍ່ຮັດແໜ້ນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ພ້ອມທັງສ້າງເງື່ອນໄຂໃຫ້ສາຍພົວພັນລະຫວ່າງ ແຂວງອັດຕະປື ແລະ ແຂວງດັກລັກ ກ້າວໄປສູ່ການຮ່ວມມືທີ່ເລິກເຊິ່ງ, ຮອບດ້ານ ແລະ ຍືນຍົງຍິ່ງຂຶ້ນ.     (ວິນັດ)