ເລຂາພັກ ແຂວງອັດຕະປື ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນດານັງ

ກ.ຍ. 21, 2026

ວັນທີ 17 ກັນຍາ 2026 ນີ້, ທ່ານ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ອັດຕະປື ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ນະຄອນດານັງ ສສ ຫວຽດນາມ ຊຶ່ງນໍາໂດຍທ່ານ ຫງວຽນ ດຶກ ຢຸ໊ງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນດານັງ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ. ການຕ້ອນຮັບຄັ້ງນີ້ ຈັດຂຶ້ນຢູ່ຫ້ອງຮັບແຂກຫ້ອງວ່າການແຂວງ, ມີການນໍາຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນເຖິງ ດວງສະຫວັນ ໄດ້ລາຍງານສະພາບລວມໃນການນໍາພາ-ຊີ້ນໍາຂອງຄະນະພັກ-ອົງການປົກຄອງແຂວງອັດຕະປື, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແລະ ສະພາປະຊາຊົນແຂວງ ໃນໄລຍະຜ່ານມາ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງແຂວງອັດຕະປື ແລະ ນະຄອນດານັງ. ທ່ານໄດ້ສະແດງຄວາມຂອບໃຈຕໍ່ ການຊ່ວຍເຫຼືອ ຈາກຝ່າຍຫວຽດນາມ ໃນດ້ານການສຶກສາ, ການພັດທະນາບຸກຄະລາກອນ ແລະ ງົບປະມານປັບປຸງວຽກງານສື່ມວນຊົນ. ນອກຈາກນີ້, ຍັງໄດ້ລາຍງານ ສະພາບລວມຂອງແຂວງອັດຕະປື, ໂດຍສະເພາະແມ່ນການເຕີບໂຕທາງດ້ານເສດຖະກິດ ແລະ ຕົວເລກການລົງທຶນຂອງວິສາຫະກິດຫວຽດນາມໃນພື້ນທີ່ ແລະ ພາລະບົດບາດ ແລະ ໂຄງຮ່າງການຈັດຕັ້ງ ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການແລກປ່ຽນບົດຮຽນຮ່ວມກັນ. ຖືເປັນການຢືນຢັນເຖິງ ຄວາມໝັ້ນຄົງຂອງສາຍພົວພັນພິເສດ ແລະ ການຮ່ວມມືຍຸດທະສາດລະຫວ່າງ ລາວ-ຫວຽດນາມ  ເວົ້າລວມ, ເວົ້າສະເພາະ ສາຍພົວພັນລະຫວ່າງແຂວງອັດຕະປື ແລະ ນະຄອນດາໜັງ ໃຫ້ຍືນຍົງຕະຫຼອດໄປ.

ຈາກນັ້ນ, ທ່ານ ຫງວຽນ ດຶກ ຢຸ໊ງ ກໍໄດ້ມີຄໍາເຫັນ ໂດຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ຄະນະພັກ – ອົງການປົກຄອງແຂວງອັດຕະປື ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຕີລາຄາສູງ ຕໍ່ຜົນການພົວພັນຮ່ວມມືຜ່ານມາ ຊຶ່ງມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ. ການມາເຄື່ອນໄຫວຢ້ຽມຢາມຢູ່ແຂວງອັດຕະປືຄັ້ງນີ້ ກໍເພື່ອປະກອບສ່ວນເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄືສອງປະເທດ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນນະຄອນດານັງ ແລະ ແຂວງອັດຕະປື ທີ່ດີຢູ່ແລ້ວ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ການພົບປະໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການເສີມສ້າງການຮ່ວມມື, ພ້ອມທັງປຶກສາຫາລື ແລະ ແລກປ່ຽນຄໍາເຫັນຮ່ວມກັນຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດໄມຕີຈິດມິດຕະພາບໃຫ້ເລິກເຊິ່ງ, ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ ພ້ອມທັງປະກອບສ່ວນເສີມສ້າງ ແລະ ສືບຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືເຊິ່ງກັນ ແລະ ກັນ ໃຫ້ເຂົ້າສູ່ລວງເລິກ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ຕອນທ້າຍ, ການນໍານະຄອນດານັງ ຍັງໄດ້ມອບທຶນ 500 ລ້ານດົງ ໃຫ້ແກ່ແຂວງອັດຕະປື ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນລະດູຝົນ.

(ວິນັດ)