ເມືອງໄຊເສດຖາ ປະກາດໂຄງປະກອບການຈັດຕັ້ງ ບຸກຄະລາກອນ ແລະ ມອບຮັບໜ້າທີ່ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ​ ປະຈຳເຂດເລືອກຕັ້ງເມືອງ.

ກ.ກ. 14, 2026

ວັນທີ 13 ກໍລະກົດ 2026 ນີ້ ທີ່ຫ້ອງວ່າການເມືອງໄຊເສດຖາ,​ ແຂວງອັດຕະປື ໄດ້ຈັດພິທີ ປະກາດໂຄງປະກອບການຈັດຕັ້ງ, ບຸກຄະລະກອນ ແລະມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາ ຊົນແຂວງປະຈຳເຂດເລືອກຕັ້ງເມືອງ​ (ຜູ້ເກົ່າ​ ແລະ​ ຜູ້ໃໝ່), ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວັນ​ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ,​ ມີທ່ານ​ ສົມໄຊ ແກ້ວມະນີວັນ ກຳມະການພັກແຂວງ ເລຂາພັກເມືອງໄຊເສດຖາ, ມີບັນດາທ່ານການນໍາຂອງເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ,​ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າ ຮ່ວມ.ໃນພິທີ​ທ່ານ​ ຄໍາແບນແກ້ວ ນີ​ສະຫວັນ​ ຮອງເລຂາພັກ​ເມືອງ,​ ຫົວໜ້າຄະນະຈັດຕັ້ງເມືອງໄຊເສດຖາ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 60/ຄປຈ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການຮັບຮອງເອົາໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ, ປະກອບມີ:ທ່ານ​ ສົມໄຊ​ ແກ້ວມະນີວັນ ກຳມະການພັກແຂວງ ເລຂາພັກເມືອງໄຊເສດຖາ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຄະນະ, ທ່ານ ສໍສົມຊາຍ​ ພົມມະຈັກ ກຳມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຮອງຫົວໜ້າຄະນະ, ທັງເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ​ເມືອງ, ທ່ານ ຂັນທະລອນ​ ພອນ​ວັນ​ນາ​ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ແສງອາລຸນ​ ກຸນລະວົງ​ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ນາງ​ ດວງມີໄຊ ສິດທະປະເສີດ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ.​  ພ້ອມນີ້,​ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງກົງຈັກຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ​ ແລະ​ ຂໍ້ຕົກລົງ​ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຫ້ອງການ,​ ພະນັກງານເຂົ້າໃສ່ຫ້ອງການ ຄະນະສະມາຊິກສະພາປະຊາ ຊົນແຂວງ ປະຈຳເມືອງອີກຈໍານວນໜຶ່ງ.ໃນພິທີກໍໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ​ ທ່ານ​ ອຸດສະຫະ​ ກົມມະເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ​ IV​ ປະຈໍາເຂດເລືອກຕັ້ງເມືອງ(ຜູ້ເກົ່າ)​ ແລະ ທ່ານ​ ສົມໄຊ​ ແກ້ວມະນີວັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ​ V​ປະຈໍາເຂດເລືອກຕັ້ງເມືອງ (ຜູ້ໃໝ່)​ ໂດຍຊ່ອງໜ້າບັນດາທ່ານຜູ້ເຂົ້າຮ່ວມເປັນສັກຂີພິຍານ.ໃນຕອນທ້າຍພິທີ, ທ່ານ​ ພູວັນ​ ພົມມະຈັນ​ ມີທິດຊີ້ນໍາ ແລະ ໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຜົນງານຂອງຄະນະສະມາຊິກສະພາ​ປະຊາຊົນແຂວງ​ ປະຈໍາເຂດເລືອກຕັ້ງ​ເມືອງ​ ຊຸດເກົ່າ ແລະ ເນັ້ນໜັກໃຫ້ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ​ເມືອງ​ ຊຸດໃໝ່​ ເອົາໃຈໃສ່ຈັດຕັ້ງປະຕິ ບັດວຽກງານໃນໄລຍະໃໝ່ ດັ່ງນີ້: ຍົກສູງທາງດ້ານການເມືອງ,​ ເພີ່ມທະວີຄວາມສາມັກຄີ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ,​ ຍົກສູງການພົວພັນປະສານງານຢ່າງກົມກຽວກັບອົງການປົກ ຄອງເມືອງ ເພື່ອຍົກສູງຄຸນນະພາບການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ແຜນພັດທະນາໃຫ້ມີຜົນສັກສິດ,​ ເພີ່ມທະວີການລົງຮາກຖານ ເພື່ອໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ; ພ້ອມທັງເກັບກຳ, ສັງລວມຄຳຄິດຄຳເຫັນ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອລາຍງານຕໍ່ສະພາປະຊາຊົນແຂວງ ຢ່າງທັນການ.

ຂ່າວ: ວິນັດ