(ສພຊ) – ກອງປະຊຸມເຝິກອົບຮົມການເປັນເລຂານຸການການນຳທີ່ດີ ໃຫ້ແກ່ບັນດາເລຂານຸການການນຳພາຍໃນສະພາແຫ່ງຊາດ (ສພຊ) ໄດ້ຈັດຂຶ້ນໃນວັນທີ 28-29 ກັນຍານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳສະໄໝ ສຳມາວົງ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ບັນດາທ່ານວິທະຍາກອນ ແລະ ສຳມະນາກອນພາຍໃນ ສພຊ.

ທັງນີ້, ເພື່ອເຮັດໃຫ້ການເປັນເສນາທິການໃນວຽກງານກະກຽມ ແລະ ຮັບໃຊ້ ໂດຍສະເພາະການເກັບກຳ ແລະ ສະໜອງຂໍ້ມູນຂ່າວສານແກ່ການນໍາສະພາແຫ່ງຊາດ ມີປະສິດທິພາບດີຂຶ້ນເລື້ອຍໆ ແລະ ສ້າງຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ, ການປະສານງານວຽກງານດ້ານຕ່າງໆ; ຮັບຟັງບົດຮຽນການເປັນເລຂານຸການການນໍາ ແລະ ທັດສະນະຄຸນສົມບັດຂອງເລຂານຸການການນໍາ ລວມທັງແລກປ່ຽນຄຳຄິດຄຳເຫັນ ແລະ ສະເໜີວິທີການແກ້ໄຂບັນຫາຕ່າງໆ ໃນການປະຕິບັດວຽກງານຕົວຈິງຜ່ານມາ ເຊິ່ງມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ພາໃຫ້ການຈັດຕັ້ງປະຕິບັດວຽກງານບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ.

ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນກ່ຽວກັບບຸກຄະລິກກະພາບຂອງເລຂານຸການການນໍາ ເຊັ່ນ: ມາລະຍາດໃນການສື່ສານ, ການປະສານງານ, ການນຸ່ງຖື, ການຕ້ອນຮັບແຂກທີ່ມາຂໍເຂົ້າພົບການນໍາ ແລະ ພິທີການ; ການເກັບກໍາ, ການຄຸ້ມຄອງ ແລະ ການຈໍລະຈອນເອກະສານພາຍໃນສະພາແຫ່ງຊາດ ເພື່ອສະໜອງໃຫ້ແກ່ການນໍາ; ບົດຮຽນໃນການຮ່າງເອກະສານທາງລັດຖະການ ເຊັ່ນ: ບົດສະຫຼຸບ, ບົດລາຍງານ, ແຜນການ ແລະ ບົດບັນທຶກ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນສົນທະນາແລກປ່ຽນບົດຮຽນ, ປະສົບການເຊິ່ງກັນແລະກັນ ແລະ ໄດ້ມີການແບ່ງກຸ່ມເພື່ອເຝິກຫັດປະຕິບັດຕົວຈິງ.
ທ່ານ ຄໍາສະໄໝ ສໍາມາວົງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດການເຝິກອົບຮົມ ທັງເນັ້ນໜັກໃຫ້ສືບຕໍ່ເຝິກຝົນຕົນເອງທາງດ້ານການເມືອງ-ແນວຄິດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ປະຕິບັດລະບອບແບບແຜນວິທີເຮັດວຽກຕາມຫຼັກການ, ເອົາໃຈໃສ່ຍົກລະດັບຄວາມຮູ້ຮອບດ້ານ, ມີການປະສານງານ ແລະ ຮັກສາຄວາມລັບ.
(ນາງ ກຸກກິກ ບຸດດາໄຊ)

