(ສພຊ) – ກອງປະຊຸມເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ໃນຫົວຂໍ້: ການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ ໄດ້ຈັດຂຶ້ນລະຫວ່າງວັນທີ 19-20 ສິງຫາ 2026 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ມີການເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະ ສສຊ ເພດຍິງ, ສສຊ ເພດຍິງ ຈຳນວນໜຶ່ງ ທີ່ປະຈໍາການຢູ່ສູນກາງ ແລະ 18 ເຂດເລືອກຕັ້ງ, ກອງເລຂາຊ່ວຍວຽກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຊ່ຽວຊານຂອງ UNDP ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ໃນພິທີເປີດກອງປະຊຸມ, ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ເນັ້ນໜັກວ່າ: ການເຝິກອົບຮົມຄັ້ງນີ້ ເປັນໂອກາດດີທີ່ສະມາຊິກສະພາແຫ່ງຊາດເພດຍິງ ຈະໄດ້ຮັບຮູ້ເຂົ້າໃຈກ່ຽວກັບການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ (IT) ແລະ ປັນຍາປະດິດ (AI) ເປັນເຄື່ອງມືໃນການທົບທວນ, ວິເຄາະກົດໝາຍ ເພື່ອໝູນໃຊ້ເຂົ້າໃນການສ້າງ, ປັບປຸງກົດໝາຍ ແລະ ການຕິດຕາມກວດກາຂອງສະພາ; ການວິເຄາະບົດບາດຍິງ-ຊາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງ ສປປລາວ ໃຫ້ເປັນລະບົບ ແລະ ເລິກເຊິ່ງກວ່າເກົ່າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ, ສ້າງຄວາມໝັ້ນໃຈໃຫ້ແກ່ຕົນເອງຫຼາຍຂຶ້ນ ໃນການປະກອບຄໍາເຫັນຢູ່ໃນກອງປະຊຸມສະພາແຕ່ລະຄັ້ງ, ສາມາດນໍາເອົາບົດຮຽນຈາກການເຝິກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການພິຈາລະນາຫົວຂໍ້ຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນໃສ່ເຮັດໃຫ້ການເປັນຕົວແທນຂອງເພດຍິງໃນເວທີການເມືອງ ເວົ້າລວມ, ເວົ້າສະເພາະ ການເຮັດໜ້າທີ່ສະມາຊິກສະພາ ເປັນຕົວແທນໃຫ້ແກ່ປະຊາຊົນ ໄດ້ຢ່າງຄົບຖ້ວນ ແລະ ສົມບູນ.
ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນຈາກຄູເຝິກ ແລະ ຊ່ຽວຊານຕ່າງປະເທດ ກ່ຽວກັບການດໍາເນີນງານຂອງລັດຖະສະພາສາກົນ, ການສົມທຽບປະສົບການ ແລະ ບົດຮຽນຈາກສະມາຊິກລັດຖະສະພາເພດຍິງ, ການນໍາໃຊ້ AI ເຂົ້າໃນວຽກງານລັດຖະສະພາ, ການວິເຄາະແຜນພັດທະນາເສດຖະກິດ-ສັງຄົມ, ການທົບທວນກົດໝາຍທີ່ຄໍານຶງເຖິງບົດບາດຍິງ-ຊາຍໃນຕົວຈິງ; ພ້ອມກັນນັ້ນ, ຍັງໄດ້ຈັດກິດຈະກໍາເປັນກຸ່ມ ແລະ ແລກປ່ຽນຄໍາເຫັນລະຫວ່າງຜູ້ເຂົ້າຮ່ວມ, ນໍາສະເໜີຕົວຢ່າງການປະຕິບັດວຽກງານຕົວຈິງ, ວິທີການນໍາໃຊ້ເຄື່ອງມືເອໄອ.
ໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ໄດ້ມີບາງຄໍາເຫັນເນັ້ນຕື່ມກ່ຽວກັບຄວາມສໍາຄັນໃນການຍົກສູງບົດບາດຂອງແມ່ຍິງ ໃນການກໍານົດນະໂຍບາຍ, ກົດໝາຍ ແລະ ນິຕິກໍາຕ່າງໆ ແນໃສ່ເຮັດໃຫ້ສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບການປົກປ້ອງ ແລະ ສອດຫ້ອຍເຂົ້າໃນນະໂຍບາຍ ແລະ ນິຕິກໍາ; ຊຸກຍູ້ໃຫ້ແມ່ຍິງໄດ້ຮັບການສົ່ງເສີມ ແລະ ຍົກລະດັບດ້ານຄວາມຮູ້ຄວາມສາມາດ ເຊັ່ນຄວາມຮູ້ດ້ານກົດໝາຍ, ວຽກງານໄອທີ, ທັກສະດ້ານຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ແມ່ຍິງມີສ່ວນຮ່ວມຢ່າງເທົ່າທຽມ ແນໃສ່ເຮັດໃຫ້ການເຊື່ອມສານທັດສະນະຍິງ-ຊາຍ ເຂົ້າໃສ່ເນື້ອໃນທີ່ນໍາໄປພິຈາລະນາຢູ່ສະພາ; ແມ່ຍິງຕ້ອງເອົາໃຈໃສ່ບຸກບືນພັດທະນາຕົນເອງຢ່າງຮອບດ້ານ ໃນເງື່ອນໄຂທີ່ມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຊິ່ງຕ້ອງໄດ້ຍົກລະດັບຄວາມຮູ້ພາສາຕ່າງປະເທດ, ກົດໝາຍສາກົນ, ໄອທີ ແລະ ເອໄອ ເພື່ອສ້າງຄວາມໝັ້ນໃຈ, ຄວາມກ້າຫານ ໃນການຄົ້ນຄວ້າປະກອບຄໍາເຫັນ, ແລກປ່ຽນບົດຮຽນ ບໍ່ພຽງແຕ່ຢູ່ສະພາແຫ່ງຊາດລາວ ແຕ່ຍັງລວມທັງການແລກປ່ຽນບົດຮຽນ ແລະ ປະສົບການທີ່ດີກັບລັດຖະສະພາ ໃນພາກພື້ນ ແລະ ສາກົນ ໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນທຸກຂົງເຂດວຽກງານຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ແມ່ຍິງມີໂອກາດເຂົ້າຮ່ວມໃນວຽກງານຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ.
ໃນວາລະກອງປະຊຸມ, ຍັງໄດ້ຈັດພິທີມອບໃບຍ້ອງຍໍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ໃບກຽດຕິຄຸນຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ໃຫ້ທ່ານ ນາງ ມາຕິນ ເທີເລີ ຜູ້ຕາງໜ້າອົງການ UNDP ທີ່ໄດ້ມີການປະກອບສ່ວນຢ່າງຫຼວງຫຼາຍໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປລາວ ຕະຫຼອດໄລຍະ 3 ປີ ແລະ ເນື່ອງໃນໂອກາດໝົດວາລະໜ້າທີ່ຢູ່ ສປປລາວ.
(ສອນສັກ ວັນວິໄຊ)

