(ສພຊ) – ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ເມສານີ້ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ໂດຍການເປັນປະທານຂອງທ່ານ ກອງແກ້ວ ມີວໍລະຈັກ ປະ ທານສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV, ເຂົ້າຮ່ວມມີທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 13, ບັນດາທ່ານຮອງປະທານ ແລະ ກຳມະການໃນຄະນະປະຈຳສະພາປະຊາຊົນແຂວງ (ຄປຈສພຂ) ຊຸດທີ IV, ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ (ສສຂ) ສະຫວັນນະເຂດ ຊຸດທີ V ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆ.
ທ່ານ ກອງແກ້ວ ມີວໍລະຈັກ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ ພ້ອມນັ້ນ, ກອງປະຊຸມໄດ້ຮັບຟັງບົດລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V, ບົດລາຍງານການປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ ແລະ ກ່າວອຳລາໜ້າທີ່ຂອງປະທານສະພາປະຊາຊົນແຂວງ ຊຸດທີ IV, ໜັງສືສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ຊຸດທີ IV ກ່ຽວກັບມາດຕະຖານເງື່ອນໄຂຂອງປະທານສະພາປະຊາຊົນແຂວງ ແລະ ເປົ້າໝາຍເລືອກຕັ້ງເປັນປະທານສະພາປະຊາຊົນແຂວງ ຊຸດທີ V; ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ ເປັນປະທານສະພາປະຊາຊົນແຂວງ ຊຸດທີ V ດ້ວຍຄະແນນສຽງເຫັນດີເປັນເອກະສັນ ພ້ອມຂຶ້ນກ່າວຮັບໜ້າທີ່ ແລະ ເປັນປະທານສືບຕໍ່ບັນຊາກອງປະຊຸມ.

ກອງປະຊຸມໄດ້ຮັບຟັງການການສະເໜີກ່ຽວກັບມາດຕະຖານເງື່ອນໄຂຂອງຮອງປະທານສະພາປະຊາຊົນແຂວງ ແລະ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ແລະ ເປົ້າໝາຍເລືອກຕັ້ງເປັນຮອງປະທານ ສພຂ ແລະ ກຳມະການ ຄປຈສພຂ ຊຸດທີ V, ໜັງສືສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ ຊຸດທີ V, ການແຕ່ງຕັ້ງປະທານຄະນະກຳມະການ ແລະ ຫົວໜ້າຫ້ອງວ່າການ ສພຂ ຊຸດທີ V; ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ລົງຄະແນນສຽງເຫັນດີຮັບຮອງເອົາດັ່ງນີ້:
1. ທ່ານ ພູລຳພອນ ສີຫາວົງ ເປັນຮອງປະທານສະພາປະຊາຊົນແຂວງ ທັງເປັນຮອງປະທານ ຄປຈສພຂ;
2. ທ່ານ ສີສະຫວາດ ເພັງທະລັງສີ ເປັນຮອງປະທານສະພາປະຊາຊົນແຂວງ ທັງເປັນຮອງປະທານ ຄປຈສພຂ;
3. ທ່ານ ພັທ. ສຸລິພົງ ລາດສະໂພ ເປັນກຳມະການ ຄປຈສພຂ ທັງເປັນປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ;
4. ທ່ານ ນາງ ຫົງຄຳ ໄຊຍະຄົມ ເປັນກຳມະການ ຄປຈສພຂ ທັງເປັນປະທານຄະນະກຳມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ;
5. ທ່ານ ສີທາ ສົງວິໄລ ເປັນກຳມະການ ຄປຈສພຂ ທັງເປັນປະທານຄະນະກຳມະການວັດທະນະທຳ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ;
6. ທ່ານ ໄຊຍະເດດ ຜຸຍຍະວົງ ເປັນກຳມະການ ຄປຈສພຂ ທັງເປັນຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.

ກອງປະຊຸມຍັງໄດ້ຮັບຮອງເອົາການສະເໜີຍົກຍ້າຍບຸກລະຄາກອນຂອງຄະນະກຳມະການປົກຄອງແຂວງ, ຮັບຟັງລາຍງານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ (2026-2030).
ໃນກອງປະຊຸມ, ບັນດາທ່ານ ສສຊ ແລະ ສສຂ ໄດ້ໃຊ້ສິດປະຊາທິປະໄຕຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ, ສ້າງສັນ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ; ໃນໄລຍະດໍາເນີນກອງປະຊຸມ ໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ສະເໜີບັນຫາຜ່ານໂທລະສັບສາຍດ່ວນ 041 156 ໂດຍບໍ່ເສຍຄ່າ ໃນໂມງລັດຖະການ, ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ 3 ວັນ ຈົນຮອດວັນທີ 24 ເມສາ 2026 ຈຶ່ງຈະສຳເລັດ.
(ກົງທະນູຄຳ ພິພັດເສລີ)

