ກວດກາເນື້ອໃນຮ່າງກົດໝາຍ 2 ສະບັບ

ມ.ຖ. 19, 2026

(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ໄດ້ຈັດຂຶ້ນໃນວັນທີ 16-19 ມິຖຸນາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫງຊາດ; ເຂົ້າຮ່ວມມີປະທານ-ຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ວິໄລວົງ ບຸນດາຄຳ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າ, ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ເນື່ອງຈາກການຈັດຕັ້ງປະຕິບັດ 2 ກົດໝາຍດັ່ງກ່າວໃນໄລຍະຜ່ານມາ ເຫັນວ່າຍັງມີບາງເນື້ອໃນຍັງບໍ່ທັນມີຄວາມຈະແຈ້ງ​ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງມີຄວາມຫຍຸ້ງຍາກ ເປັນຕົ້ນ: ການແບ່ງຂັ້ນຄຸ້ມຄອງຫົວໜ່ວຍງົບປະມານແຫ່ງລັດ, ຫົວໜ່ວຍງົບປະມານບໍລິຫານວິຊາການ ແລະ ຄັງສະສົມແຫ່ງລັດ, ໂຄງປະກອບລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ, ຄວາມຮັບຜິດຊອບຂອງລັດຖະບານ, ຂອງກະຊວງການເງິນ ແລະ ຂັ້ນທ້ອງຖິ່ນ, ລະບົບງົບປະມານແຫ່ງລັດ, ການແບ່ງຂັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ການຊ່ວຍໜູນງົບປະມານແຫ່ງລັດທີ່ມີເປົ້າໝາຍສະເພາະ, ນະໂຍບາຍສົ່ງເສີມການເກັບລາຍຮັບງົບປະມານແຫ່ງລັດ, ການຊ່ວຍເຫຼືອລ້າ, ການສັງລວມ ແລະ ລາຍງານ ສະຫຼຸບຂາດຕົວງົບປະມານແຫ່ງລັດ, ການກຳນົດຜົນການກວດກາຂອງອົງການກວດສອບແຫ່ງລັດ ແລະ ເນື້ອໃນອື່ນທີ່ຕິດພັນກັບການຄຸ້ມຄອງງົບປະມານແຫ່ງລັດ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງ; ນອກຈາກນີ້, ກໍເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ (ສະບັບປີ 2025), ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປີ 2025), ກົດໝາຍວ່າດ້ວຍບັນຊີ (ສະບັບປີ 2023), ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ການປັບປຸງສາລະບານບັນຊີ-ງົບປະມານແຫ່ງລັດ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ຂອງລັດຖະບານ ແລະ ການຫັນລະບົບການຄຸ້ມຄອງການເງິນໃຫ້ທັນສະໄໝ ແລະ ສອດຄ່ອງກັບຫຼັກການສາກົນ.
ກອງປະຊຸມຄັ້ງນີ້ ໄດ້ຮັບການຄົ້ນຄວ້າຢ່າງລະອຽດ ແລະ ຮອບດ້ານ ຈາກບັນດາຜູ້ເຂົ້າຮ່ວມ ແນໃສ່ເຮັດໃຫ້ເນື້ອໃນຂອງ 2 ຮ່າງກົດໝາຍດັ່ງກ່າວ ມີຄວາມຄົບຖ້ວນ, ຮັດກຸມ; ຈາກນັ້ນ, ກໍາມາທິການກົດໝາຍ ແລະ ຍຸຕິທໍາ ຈະໄດ້ສັງລວມ ແລະ ລາຍງານຜົນສໍາເລັດຂອງການກວດກາເນື້ອໃນຮອບດ້ານ ຕໍ່ກອງປະຊຸມ ຄປຈສພຊ ກ່ອນນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ X ທີ່ຈະໄຂຂຶ້ນໃນໄວໆນີ້.

(ນາງ ກຸກກິກ ບຸດດາໄຊ)