ຮຽບຮຽງເນື້ອໃນ 2 ຮ່າງກົດໝາຍ

ກ.ກ. 16, 2026

(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-17 ກໍລະກົດ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ; ມີທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີກະ ຊວງການເງິນ, ກະຊວງຍຸຕິທຳ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
​ ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປະຕິບັດຕາມການຊີ້ນຳຂອງປະທານກອງປະຊຸມສະໄໝວິສາມັນເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໂດຍມີຈຸດປະສົງຕົ້ນຕໍເພື່ອຮ່ວມກັນຄົ້ນຄວ້າ, ເລືອກເຟັ້ນ ແລະ ປັບປຸງບັນດາຄຳຄິດຄຳເຫັນຢ່າງຫຼາກຫຼາຍຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ໄດ້ປະກອບໃສ່ຮ່າງກົດໝາຍທັງສອງສະບັບ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍອື່ນໆ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ ແລະ ມີປະສິດທິພາບສູງພາຍຫຼັງການປະກາດໃຊ້; ພ້ອມກັນນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນຄົ້ນຄວ້າຄຳເຫັນຂອງ ສສຊ ຢ່າງເລິກເຊິ່ງ, ດ້ວຍເຫດ ແລະ ຜົນ ເພື່ອຮັບປະກັນໃຫ້ກົດໝາຍສອງສະບັບນີ້ ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບຈະໄດ້ສັງລວມເນື້ອໃນທັງໝົດ ເພື່ອລາຍງານຕໍ່ກອງປະຊຸມ ຄປຈສພຊ ພິຈາລະນາ, ກ່ອນຈະສະເໜີຕໍ່ປະທານສະພາແຫ່ງຊາດລົງລາຍເຊັນ ແລະ ນຳສະເໜີຕໍ່ປະທານປະເທດ ເພື່ອອອກລັດຖະດຳລັດປະກາດໃຊ້ຢ່າງເປັນທາງການ.

(ອານຸສອນ​ ພູມມີທອນ)