ຮອງປະທານສະພາແຫ່ງຊາດ ເຮັດວຽກຢູ່ແຂວງຊຽງຂວາງ

ກ.ກ. 28, 2026

‎​(ສພຊ) – ວັນທີ 27 ກໍລະກົດ 2026 ທີ່ສະໂມສອນໃຫຍ່ແຂວງຊຽງຂວາງ ໄດ້ມີພິທີປະກາດ ກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງ ທີ 9 ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນ ກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຊຽງຂວາງ; ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ (ຄປຈສພຂ), ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເມືອງອ້ອມຂ້າງ, ຮອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຜູ້ຕາງໜ້າຂອງພະແນກການ ແລະ ອົງການອ້ອມຂ້າງແຂວງ, ຄະ ນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ.
‎ ໃນພິທີ, ໄດ້ຮັບຟັງການລາຍງານກ່ຽວກັບສະພາບໂດຍຫຍໍ້ໃນການເຄື່ອນໄຫວວຽກງານຂອງ ສະພາປະຊາຊົນແຂວງຊຽງຂວາງ ຈາກທ່ານ ພູວົງ ອຸ່ນຄໍາແສນ; ຈາກນັ້ນ, ຄະນະຈັດຕັ້ງແຂວງຊຽງຂວາງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 143/ຄລສພ ແລະ ສະ ບັບເລກທີ 144/ຄລສພ, ລົງວັນທີ 06/7/2026 ວ່າດ້ວຍການອະນຸມັດໃຫ້ທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຊຸດທີ IV ແລະ ທ່ານ ວຽງໄຊ ສີວິໄລ ກຳມະ ການພັກແຂວງ, ຮອງປະທານສະພາປະຊາຊົນແຂວງຊຽງຂວາງ ຊຸດທີ IV ອອກພັກການ-ຮັບອຸດໜູນ ບໍານານ; ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 83/ຄປພຂ ແລະ ສະບັບເລກທີ 84/ຄປພຂ ລົງວັນທີ 09/6/2026 ວ່າດ້ວຍການອະນຸມັດໃຫ້ທ່ານ ໄມສີ ວຽງວິໄລ ປະທານຄະນະກຳມະ ການເສດຖະກິດ, ແຜນການ ແລະ ການເງິນ ແລະ ທ່ານ ແສງເດືອນ ຈັນທະລັງສີ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ອອກພັກການ-ຮັບອຸດໜູນບໍານານ. ໃນພິທີດັ່ງກ່າວ, ທ່ານຮອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 189/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ພູວົງ ອຸ່ນຄຳແສນ ເປັນປະທານຄະນະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ແລະ ທ່ານ ນາງ ສົມພອນ ໂສພິ ລາວັນ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ; ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມອບມະຕິດັ່ງກ່າວໃຫ້ແກ່ປະທານ ແລະ ຮອງປະທານຄະນະສະ ມາຊິກສະພາແຫ່ງຊາດ (ຄສຊ).
ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຮອບດ້ານຂອງແຂວງ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງຂອງແຂວງຊຽງຂວາງ ທັງສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາ ພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 9, ພ້ອມທັງເນັ້ນໜັກໃຫ້ ຄສຊ ຕ້ອງໄດ້ມີການວາງແຜນການເຄື່ອນໄຫວເປັນແຕ່ລະໄລຍະ; ມີການສະຫຼຸບຕີລາຄາລາຍງານຂັ້ນ ເທິງ ໂດຍອີງໃສ່ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ (ສພຊ), ຄະນະປະຈໍາສະພາແຫ່ງຊາດ ກໍ ຄືຄະນະພັກແຂວງ ວາງອອກ; ທັງປະສານສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ກໍຄືອໍານາດ ການປົກຄອງແຂວງ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍບັນດາແຜນງານ, ໂຄງການ ທີ່ ສພຊ ວາງອອກ ໃຫ້ສອດຄ່ອງກັບຈຸດພິເສດ, ຄວາມເປັນຈິງ ແລະ ທ່າແຮງຂອງເຂດເລືອກຕັ້ງຂອງຕົນ; ມີກົນໄກການ ປະສານງານກັບບັນດາກໍາມາທິການຂອງ ສພຊ ແລະ ສພຂ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄືອຳນາດການ ປົກຄອງທຸກຂັ້ນ ຈົ່ງໄດ້ໃຫ້ການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກໍຄື ສສຊ-ສສຂ ດ້ວຍການສ້າງເງື່ອນໄຂອໍາ ນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາ ເລັດໜ້າທີ່ໃນການເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນ.
(ນາງ ອາລິນ ສຸພິມມະປະດິດ)