(ສພຊ) – ວັນທີ 13-16 ພະຈິກ 2026, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 49 ທີ່ນະຄອນຫຼວງມະນິລາ, ສາທາລະນະລັດ ຟີລິບປິນ ເຊິ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານລັດຖະສະພາ, ຄະນະຜູ້ແທນຂອງລັດຖະບານ ແລະ ລັດຖະສະພາ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ.
ຜູ້ນໍາໄອປາ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນໃນໄລຍະຜ່ານມາ ລວມເຖິງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ໃນທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ພ້ອມດຽວກັນນັ້ນ, ຜູ້ນຳໄອປາ ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຝ່າຍບໍລິຫານ ແລະ ຝ່າຍນິຕິບັດຍັດຂອງອາຊຽນ ໃນການເສີມຂະຫຍາຍທ່າແຮງເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະຊາຊົນອາຊຽນ ໂດຍສະເໜີໃຫ້ຜູ້ນຳອາຊຽນ ສືບຕໍ່ຮ່ວມມືກັນເພື່ອຮັກສາສັນຕິພາບ, ສ້າງຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ; ເສີມຂະຫຍາຍຄວາມສາມາດໃນການຕອບສະໜອງທາງດ້ານພະລັງງານ, ການພັດທະນາທາງດ້ານນະວັດຕະກໍາ ເເລະ ເຕັກໂນໂລຊີ ໃນການຮັບປະກັນຄວາມຈະເລີນຮຸ່ງເຮືອງຂອງອາຊຽນ; ຊຸກຍູ້ການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ, ຮັດແຄບຊ່ອງວ່າງຂອງການພັດທະນາ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນອາຊຽນ; ສືບຕໍ່ເສີມສ້າງການມີສ່ວນຮ່ວມຂອງຝ່າຍນິຕິບັນຍັດ ເພື່ອໃຫ້ບັນລຸວິໄສທັດອາຊຽນ 2045: “ອະນາຄົດຮ່ວມກັນຂອງພວກເຮົາ”, ເສີມສ້າງການປະສານງານລະຫວ່າງອົງການນິຕິບັນຍັດ ແລະ ລັດຖະບານຂອງອາຊຽນ ເພື່ອຮ່ວມກັນປ່ຽນບັນດາບຸລິມະສິດຂອງພາກພື້ນ ໃຫ້ເປັນການດຳເນີນງານທີ່ເປັນຮູບປະທຳ ແລະ ຢຶດຖືປະຊາຊົນເປັນໃຈກາງຢ່າງແທ້ຈິງໃນທົ່ວອາຊຽນ.

ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ຜູ້ນໍາໄອປາ, ທ່ານ ນາງ ສູນທອນ ໄຊຍະຈັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມປະຊຸມກະກຽມຂອງຄະນະຜູ້ແທນຈາກສະມາຊິກໄອປາ ໂດຍການເປັນປະທານຂອງທ່ານ ເຟີດິນານ ແອລ. ເຮີນານເດຊ (Ferdinand L. Hernandez) ຮອງປະທານສະພາຜູ້ແທນລາດສະດອນຟີລິບປິນ ແລະ ຜູ້ເຂົ້າຮ່ວມທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກລັດຖະສະພາ ຈາກ 11 ປະເທດອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ເພື່ອຄົ້ນຄວ້າປຶກສາຫາລືຕໍ່ຮ່າງເນື້ອໃນສານຂອງຜູ້ນຳໄອປາທີ່ຈະສະເໜີຕໍ່ຜູ້ນຳອາຊຽນ. ໃນກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນລາວ ກໍໄດ້ກ່າວຄໍາເຫັນຊົມເຊີຍຕໍ່ການເປັນປະທານອາຊຽນ ກໍຄືປະທານໄອປາ ໃນໜຶ່ງປີຜ່ານມາຂອງຟີລິບປິນ, ພ້ອມທັງຕີລາຄາຄໍາຂວັນຂອງກອງປະຊຸມໃຫຍ່ໄອປາ ຄັ້ງທີ 47 ທີ່ຮັບປະກັນໃຫ້ອາຊຽນມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ຖືປະຊາຊົນເປັນໃຈກາງຢ່າງແທ້ຈິງ ເຊິ່ງສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2045 ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ; ທ່ານກ່າວຢໍ້າຕື່ມວ່າ ການສ້າງອາຊຽນໃຫ້ມີຄວາມຈະເລີນ ແລະ ເຂັ້ມແຂງນັ້ນ ພວກເຮົາຕ້ອງຮ່ວມມືກັນຫຼຸດຊ່ອງວ່າງຄວາມແຕກໂຕນຂອງການພັດທະນາລົງ, ສົ່ງເສີມໂອກາດທີ່ເທົ່າທຽມ ແລະ ເພີ່ມທະວີການເຊື່ອມຈອດດ້ານການຂົນສົ່ງໂລຈິສະຕິກ, ພື້ນຖານໂຄງລ່າງດ້ານເສດຖະກິດ ແລະ ອື່ນໆ ຢ່າງເປັນລະບົບ.
ນອກຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະສອງຝ່າຍກັບຄະນະຜູ້ແທນຫວຽດນາມ ນໍາໂດຍຮອງປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນກຳປູເຈຍ ນໍາໂດຍຮອງປະທານສະພາແຫ່ງຊາດ ແລະ ພົບປະໂອ້ລົມກັບປະທານລັດຖະສະພາ, ຫົວໜ້າຄະນະຜູ້ແທນໄອປາຈໍານວນໜຶ່ງ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມື, ການແລກປ່ຽນບົດຮຽນ ແລະ ການສະໜັບສະໜູນເຊິ່ງກັນແລະກັນໃນຕໍ່ໜ້າອີກດ້ວຍ.

