(ສພຊ) – ກອງປະຊຸມປຶກສາຫາລືການແກ້ໄຂບັນຫາດ້ານຕ່າງໆ ລວມທັງກະກຽມຄວາມພ້ອມຮອບດ້ານ ໃນການຟື້ນຟູສະພາບຮອບດ້ານ ພາຍຫຼັງຜ່ານພົ້ນສະພາບນ້ຳຖ້ວມໃນບາງເຂດຂອງເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນເມື່ອວັນທີ 3 ກັນຍາ 2026 ທີ່ເມືອງພີນ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກການຕ່າງໆທີ່ກ່ຽວຂ້ອງ, 2 ກອງບັນຊາການ ປກຊ-ປກສ ແຂວງ ແລະ ພາກສ່ວນທຸລະກິດເອກະຊົນ ເຂົ້າຮ່ວມ.

ທ່ານ ເກດສະໜາ ບຸດຕະວົງ ປະທານຄະນະກຳມະການປົກຄອງເມືອງພີນ ລາຍງານວ່າ: ມີບ້ານ ແລະ ທີ່ຢູ່ອາໄສທີ່ໄດ້ຮັບຜົນກະທົບຈາກສະພາບໄພນໍ້າຖ້ວມໃນໄລຍະຜ່ານມາ 48 ບ້ານ, 1,536 ຄອບຄົວ, 1,210 ຫຼັງຄາເຮືອນ, ພົນລະເມືອງໄດ້ຮັບຜົນກະທົບ 6,999 ຄົນ ຍິງ 3,444 ຄົນ, ບ້ານທີ່ໄດ້ຮັບຜົນກະທົບທີ່ຢູ່ອາໄສ ມີ 8 ບ້ານ, ບ້ານທີ່ຍ້າຍອອກຈາກພື້ນທີ່ສ່ຽງ ມີ 4 ບ້ານ, ມີ 39 ຫຼັງຄາເຮືອນ (ເຮືອນຖືກນໍ້າພັດໄປ 2 ຫຼັງ, ເຮືອນຫງ່ຽງ 5 ຫຼັງ, ມ້າງ-ຍ້າຍ 32 ຫຼັງ), ເລົ້າເຂົ້າເສຍຫາຍ 167 ຫຼັງ; ດ້ານກະສິກຳ: ມີເນື້ອທີ່ນາປີຖືກຖ້ວມ 1,009 ເຮັກຕາ (ຮຕ), ເສຍຫາຍ 498 ຮຕ, ເນື້ອທີ່ສວນຖືກຖ້ວມ 58 ຮຕ, ໜອງປາ 128 ໜອງ; ສັດລ້ຽງເສຍຫາຍ: ງົວ 29 ໂຕ, ຄວາຍ 39 ໂຕ, ໝູ 89 ໂຕ; ດ້ານພື້ນຖານໂຄງລ່າງ: ມີເສັ້ນທາງເປ່ເພເສຍຫາຍ 9 ເສັ້ນ ໃນນັ້ນ, ທາງປູຢາງໃນເທດສະບານເສຍຫາຍ 6 ຈຸດ, ເສົາໄຟເຍືອງທາງລົ້ມ 2 ຕົ້ນ, ຫົວຂົວເຈື່ອນ 3 ຈຸດ (ແກ້ໄຂແລ້ວ 1 ຈຸດ), ທໍ່ຂາດ 4 ຈຸດ (ແກ້ໄຂແລ້ວ), ຂົວຈົມເປ່ເພ 3 ແຫ່ງ, ຕາຝັ່ງເຈື່ອນ 5 ຈຸດ, ຝາຍນໍ້າລົ້ນ ແລະ ຝາຍກັ້ນນໍ້າຖືກກັດເຊາະ 3 ຈຸດ, ໂຮງຮຽນຖືກນໍ້າຖ້ວມ 3 ແຫ່ງ ແລະ ສຸກສາລາ 1 ແຫ່ງ. ດັ່ງນັ້ນ, ທາງເມືອງຈຶ່ງສະເໜີຂໍງົບປະມານຟື້ນຟູຈຸດທີ່ຈຳເປັນ ພ້ອມທັງແນວພັນພືດ, ແນວພັນເຂົ້າ, ຢາວັກຊິນກັນພະຍາດສັດ, ຕ້ອງການເຂົ້າກິນທົດແທນເຂົ້າເປືອກທີ່ນໍ້າຖ້ວມເລົ້າເຂົ້າປະມານ 90 ໂຕນ ຫຼື ເຂົ້າສານສະເລ່ຍປະມານ 33 ໂຕນ ແລະ ຕ້ອງການໃຫ້ມີພະນັກງານວິຊາການດ້ານກະສິກຳ ລົງຕິດຕາມໃກ້ຊິດໃຫ້ຄຳແນະນຳປະຊາຊົນໃນການປູກ-ການລ້ຽງຕື່ມອີກ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໃຫ້ຈັດສັນເນື້ອທີ່ທຳການຜະລິດແບບເປັນອາຊີບຄົງທີ່ ແລະ ຍືນຍົງໃຫ້ປະຊາຊົນ, ໃຫ້ມີການປູກຝັງ-ລ້ຽງສັດ ໂດຍເລັ່ງໃສ່ພືດອຸດສາຫະກຳ ເປັນຕົ້ນການປູກໄມ້ວິກ, ຢາງພາລາ ທີ່ບໍລິສັດຮອງຮັບການເກັບຊື້ ແລະ ມີນະໂຍບາຍ 2+3 ທີ່ສ້າງປະໂຫຍດອັນເໝາະສົມສຳລັບບໍລິສັດ ແລະ ປະຊາຊົນ; ປູກສາລີອາຫານສັດ, ລ້ຽງປາ-ໄກ່-ໝູ ແລະ ປູກພືດໄລຍະສັ້ນທີ່ມີລາຍໄດ້ດີກວ່າການປູກເຂົ້າ ພ້ອມທັງແນະນຳໃຫ້ຍົກຍ້າຍບ້ານເຮືອນຂອງປະຊາຊົນ ມາຢູ່ບ່ອນປອດໄພຈາກນໍ້າຖ້ວມ ເນື່ອງຈາກຫາກຢູ່ບ່ອນເກົ່າ ອາດເກີດໄພນໍ້າຖ້ວມອີກໃນປີຕໍ່ໄປ, ໃນເບື້ອງຕົ້ນແມ່ນໃຫ້ຈັດສັນທີ່ຢູ່ອາໄສຂອງປະຊາຊົນກ່ອນ ຈາກນັ້ນຈຶ່ງຫາອາຊີບທີ່ຍືນຍົງໃຫ້ປະຊາຊົນຕື່ມອີກ; ພ້ອມນີ້, ໄດ້ເນັ້ນໃສ່ການຍົກຍ້າຍ ແລະ ກໍ່ສ້າງເຮືອນໃໝ່ໃຫ້ປະຊາຊົນບ້ານພະລັອງ 29 ຫຼັງ ເຊິ່ງໃນຈຳນວນນີ້ເປັນເຮືອນຕັ້ງຢູ່ແຄມເຊໂຈນ ມີຄວາມສ່ຽງສູງຕໍ່ການຖືກເຊາະເຈື່ອນ, ອາດເກີດອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.
ໃນວັນດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ຍັງໄດ້ລົງຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເງິນຊ່ວຍເຫຼືອປະຊາຊົນ ແລະ ຫຼານນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມບ້ານກອຍ ເຊິ່ງເປັນບ້ານໜຶ່ງຂອງເມືອງພີນ ທີ່ໄດ້ຮັບຜົນກະທົບໜັກສົມຄວນຈາກສະພາບນ້ຳຖ້ວມໃນໄລຍະຜ່ານມາ.
(ຄັດຈາກເພຈເຟສບຸກ: ປະເທດລາວ Pathedlao)

