ຫາລືການປັບປຸງນິຕິກຳຂອງ ກຕທ

ກ.ກ. 20, 2026

‎(ສພຊ) – ລະຫວ່າງວັນທີ 18-20 ກໍລະກົດ 2026 ທີ່ ເມືອງແກ້ວອຸດົມ ແຂວງວຽງຈັນ, ກໍາມາທິການການຕ່າງປະເທດ (ກຕທ) ໄດ້ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປັບປຸງ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການການຕ່າງປະເທດ ແລະ ຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສອງກົມເສນາທິການຂອງ ກຕທ ພາຍໃຕ້ການເປັນປະທານຂອງທ່ານ ເພັດລາ ທັນທະວົງສາ ຮອງປະທານກໍາມາທິການການຕ່າງປະເທດ ໂດຍມີບັນດາທ່ານການນໍາຂອງກໍາມາທິການ, ຄະນະກົມ-ພະແນກ, ລັດຖະກອນວິຊາການ ຂອງ ກຕທ ແລະ ພາກສ່ວນກ່ຽວຂ້ອງຂອງ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
‎ໃນກອງປະຊຸມ, ສຳມະນາກອນທີ່ເຂົ້າຮ່ວມ ໄດ້ເອົາໃຈໃສ່ຍົກສູງສະຕິປັນຍາໃນການປະກອບຄຳເຫັນຢ່າງພາວະວິໄສ ແລະ ກົງໄປກົງມາ ຕໍ່ເນື້ອໃນກອງປະຊຸມ ໂດຍສະເພາະກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສອງກົມທີ່ເປັນເສນາທິການ ແລະ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກໍາມາທິການການຕ່າງປະເທດ ບົນພື້ນຖານຕີລາຄາການຈັດຕັ້ງ ແລະ ການເຄື່ອນໄຫວໃນໄລຍະຜ່ານມາ, ຖອດຖອນບົດຮຽນຈາກການເຄື່ອນໄຫວຕົວຈິງ ມາກຳນົດ ແລະ ປັບປຸງເນື້ອໃນຮ່າງດັ່ງກ່າວ ເພື່ອຮັບປະກັນໄດ້ຄຸນນະພາບ, ບົດບາດຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງສອດຄ່ອງກັບບົດບາດການເຄື່ອນໄຫວວຽກງານຕ່າງປະເທດຂອງ ສພຊ ໃນໄລຍະໃໝ່.
‎ພາຍຫຼັງສຳເລັດກອງປະຊຸມ, ຄະນະຮັບຜິດຊອບ ຈະໄດ້ສະຫຼຸບສັງລວມ ແລະ ນຳເອົາຜົນຂອງກອງປະຊຸມ ລາຍງານຕໍ່ ຄປຈສພຊ ເພື່ອພິຈາລະນາ, ອະນຸມັດ ແລະ ປະກາດໃຊ້ ແນໃສ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.