ຫາລືການນໍາໃຊ້ກົດໝາຍ ແລະ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ

ພ.ຈ. 9, 2026

       (ສພຊ) – ວັນທີ 6 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ໂດຍການເປັນປະທານຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ເຂົ້າຮ່ວມມີທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານຮອງປະທານກໍາມາທິການ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະກົມ ແລະ ຄະນະພະແນກ ຕະຫຼອດຮອດລັດຖະກອນວິຊາການທີ່ກ່ຽວຂ້ອງ.
       ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ແລະ ມີຄວາມໝາຍສໍາຄັນ ເພາະເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າໃສ່ວຽກງານຂອງລັດ ໃນການສ້າງ ແລະ ປັບປຸງກົດໝາຍ, ການເຄົາລົບ ແລະ ປະຕິບັດກົດໝາຍ ລວມທັງການຍົກສູງຄຸນນະພາບໃນການດໍາເນີນຄະດີຂອງແຕ່ລະອົງການທີ່ກ່ຽວຂ້ອງ; ຜ່ານການສະຫຼຸບຖອດຖອນບົດຮຽນຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ກໍຄືເພື່ອປັບປຸງ, ຍົກລະດັບ ກົນໄກການປະສານງານຂອງຄະນະປະຈໍາສະພາແຫ່ງຊາດ ກັບແຕ່ລະພາກສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກງານດັ່ງກ່າວ ໃຫ້ຫັນໄປສູ່ຄຸນນະພາບທີ່ດີຂຶ້ນກວ່າເກົ່າ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການປຶກສາຫາລື, ຄົ້ນຄວ້າ ແລະ ຊອກຫາວິທີການແກ້ໄຂຮ່ວມກັນ ໃຫ້ມີຄວາມເປັນເອກະພາບບົນພື້ນຖານລັດຖະທໍາມູນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເຊິ່ງກອງປະຊຸມຈະໄດ້ສຸມໃສ່ປຶກສາເນື້ອໃນຄື: ການປະຕິບັດຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ເພື່ອສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ, ການນໍາໃຊ້ມາດຕາຂອງກົດໝາຍ, ການຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງຂອງປະຊາຊົນ, ແລະ ການປະຕິບັດຄໍາຕັດສິນຂອງສານ.
        ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບບົດບາດການຕິດຕາມກວດກາການນຳໃຊ້ກົດໝາຍ ແລະ ການລາຍງານຫຍໍ້ການປຶກສາຫາລືຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈຳນວນ 9 ເລື່ອງ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບການເມືອງ, ສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ເລິກເຊິ່ງ ເພື່ອຊອກໃຫ້ເຫັນດ້ານດີ, ຜົນສໍາເລັດ ແລະ ສືບຕໍ່ແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ແນໃສ່ປັບປຸງ, ແກ້ໄຂແບບແຜນ, ວິທີເຮັດວຽກຂອງແຕ່ລະພາກສ່ວນ ນັບມື້ມີການຫັນປ່ຽນດີຂຶ້ນເປັນກ້າວໆ.
                             (ນາງ ສຸພາວັນ ຫອມສະນິດ)