ຫາລືການຈັດລຽງບຸລິມະສິດຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມ ສພຊ

ມ.ສ. 21, 2026

​​(ສພຊ) – ວັນຈັນທີ 20 ເມສານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການຈັດລຽງບຸລິມະສິດກົດໝາຍທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ແລະ ສະໄໝສາມັນປະຈໍາປີ ຂອງສະພາແຫ່ງຊາດ ຊຸດທີ X ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ເຊິ່ງມີບັນດາທ່ານປະທານ-ຮອງປະທານກໍາມາທິການ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 100 ທ່ານ.
​​ ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອຮັບປະກັນໃຫ້ບັນດາຮ່າງກົດໝາຍທີ່ໄດ້ກໍານົດໄວ້ໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ໄດ້ຮັບການສ້າງ ແລະ ປັບປຸງສໍາເລັດຕາມແຜນການ ກໍຄືການຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເປັນກົດໝາຍທີ່ຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແນໃສ່ເຮັດໃຫ້ການສ້າງ ແລະ ປັບປຸງກົດໝາຍ ກາຍເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການສ້າງລັດປະຊາທິປະໄຕປະຊາຊົນລາວ ໃຫ້ກາຍເປັນລັດທີ່ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍເທື່ອລະກ້າວ.
​​ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນ ແລະ ສະໄໝສາມັນປະຈຳປີ ຂອງ ສພຊ ຊຸດທີ X ເຊິ່ງທ່ານໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ວຽກງານປະເມີນຜົນການຈັດຕັ້ງປະຕິບັດກົດໝາຍທີ່ປະກາດໃຊ້ໄປແລ້ວ ກໍຄືການປະເມີນຕີລາຄາຄຸນນະພາບໃນການສ້າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດກົດໝາຍວ່າດ້ວຍການສ້າງນິຕິກຳ ໃຫ້ມີຄວາມເຂັ້ມງວດກວ່າເກົ່າ; ຄົ້ນຄວ້າ, ວິເຄາະວິໄຈ ໃຫ້ລະອຽດເລິກເຊິ່ງ ເຖິງເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງກົດໝາຍ ຕາມທິດຫັນໄປສູ່ຄຸນນະພາບ ເພື່ອເຮັດໃຫ້ກົດໝາຍມີຄວາມສັກສິດ; ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານໂຄສະນາເຜີຍແຜ່ກົດໝາຍ ລວມທັງການຈັດສັນງົບປະມານໃຫ້ແກ່ການສ້າງ, ການປັບປຸງ ແລະ ການໂຄສະນາເຜີຍແຜ່ກົດໝາຍ ເຂົ້າໃນແຜນງົບປະມານແຫ່ງລັດ; ປັບປຸງກົນໄກການປະສານງານໃນວຽກງານສ້າງ ແລະ ປັບປຸງກົດໝາຍ ລະຫວ່າງສະພາແຫ່ງຊາດ ກັບ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມກົມກຽວ, ຄ່ອງຕົວກວ່າເກົ່າ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
​​ ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເລືອກເຟັ້ນຮ່າງກົດໝາຍທີ່ຜ່ານການທາບທາມແລ້ວ, ກົດໝາຍທີ່ກຳລັງດຳເນີນການຄົ້ນຄວ້າ ແລະ ກົດໝາຍອື່ນ ທີ່ມີຄວາມຈຳເປັນຮີບດ່ວນ ຕິດພັນການພັດທະນາເສດຖະກິດ-ສັງຄົມ ທີ່ອົງການຂອງຕົນເຫັນວ່າມີຄວາມກຽມພ້ອມແລ້ວ ສາມາດນຳສະເໜີເຂົ້າກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ.

​​(ນາງ ອາລິນ ສຸພິມມະປະດິດ)