ຫາລື, ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ກ.ຍ. 23, 2026

(ສພຊ) – ກອງປະຊຸມປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງບັນດາກົມພາຍໃນສະພາແຫ່ງຊາດ (ສພຊ) ແລະ ປັບປຸງບາງມາດຕາຂອງຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ກັນຍາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີບັນດາທ່ານຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ວິທະຍາກອນຈາກກົມພັດທະນາການບໍລິຫານລັດຂອງຄະນະຈັດຕັ້ງສູນກາງພັກ, ຄະນະກົມ-ພະແນກ ແລະ ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານດັ່ງກ່າວພາຍໃນ ສພຊ ເຂົ້າຮ່ວມຫຼາຍກວ່າ 60 ຄົນ.
ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການຂຽນຕຳແໜ່ງງານຂອງບັນດາກົມພາຍໃນສະພາແຫ່ງຊາດ ບໍ່ໃຫ້ຊ້ຳຊ້ອນກັນ, ມີນິຕິກຳເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ແລະ ໄດ້ພິຈາລະນາຮັບຮອງຈາກກົມທີ່ກ່ຽວຂ້ອງຂອງຄະນະຈັດຕັ້ງສູນກາງພັກ ຈຶ່ງມີຄວາມຈຳເປັນຕ້ອງຈັດກອງປະຊຸມໃນຄັ້ງນີ້ ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອເປັນເອກະພາບກັນທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ແລ້ວພ້ອມກັນລົງມືປະຕິບັດຕົວຈິງໃນການວິເຄາະ, ການຂຽນຕໍາແໜ່ງງານ ໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ຮັດກຸມ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະຕຳແໜ່ງງານ. ຫຼັງຈາກສໍາເລັດການເຝິກອົບຮົມຄັ້ງນີ້ແລ້ວ ມອບໃຫ້ຄະນະຮັບຜິດຊອບແຕ່ລະກົມ ຈົ່ງຮີບຮ້ອນນຳເອົາເນື້ອໃນຈິດໃຈ, ບາດກ້າວຂັ້ນຕອນຕ່າງໆ ໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງຕາມການແນະນຳຈາກຄະນະຈັດຕັ້ງສູນກາງພັກ; ພາຍຫຼັງຮ່າງຕຳແໜ່ງງານສຳເລັດແລ້ວ ໃຫ້ໄປຜ່ານການນຳຂອງຕົນຮັບຮອງເອົາໃນດ້ານຫຼັກການ, ຈາກນັ້ນ ຈຶ່ງນຳສົ່ງໄປໃຫ້ກົມທີ່ກ່ຽວຂ້ອງຂອງຄະນະຈັດຕັ້ງສູນກາງພັກ ເພື່ອພິຈາລະນາຮັບຮອງເອົາການກໍານົດຕໍາແໜ່ງງານຕາມລະບຽບການ. ເນື້ອໃນທີ 2 ຂອງກອງປະຊຸມຄັ້ງນີ້ ແມ່ນການລະດົມຄວາມຄິດເຫັນໃສ່ຂໍ້ຕົກລົງຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 576/ຄລສ, ລົງວັນທີ 11 ມິຖຸນາ 2025 ເຊິ່ງເປັນບ່ອນອີງໃນການຄົ້ນຄວ້າປະຕິບັດນະໂຍບາຍໃຫ້ແກ່ພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ; ຜ່ານການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາເຫັນວ່າ ຍັງມີບັນຫາຈຳນວນໜຶ່ງບໍ່ທັນສອດຄ່ອງ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງໃຫ້ຮັດກຸມກວ່າເກົ່າ ແລະ ແທດເໝາະກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ບັນຫາອື່ນໆ ທີ່ຕິດພັນກັບເນື້ອໃນຂອງເອກະສານດັ່ງກ່າວ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ແລະ ບຽບການຂອງລັດ, ອັນສຳຄັນແມ່ນເພື່ອເປັນການກະຕຸກຊຸກຍູ້, ໃຫ້ກຳລັງໃຈ ໃນການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ມີຄວາມເໝາະສົມ ແລະ ຍຸຕິທຳ.
ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນຢ່າງສ້າງສັນ ແລະ ເລິກເຊິ່ງ ຕໍ່ກັບແຕ່ລະເນື້ອໃນທີ່ວິທະຍາກອນນຳສະເໜີ ເພື່ອເຮັດໃຫ້ທັງສອງເນື້ອໃນເອກະສານ ໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງ ແລະ ໄດ້ຮັບການປັບປຸງໃຫ້ຮັດກຸມກວ່າເກົ່າ.
ສະພາບຜ່ານມາກ່ຽວກັບການວິເຄາະ ແລະ ກຳນົດຕຳແໜ່ງງານຂອງສະພາແຫ່ງຊາດ ຊຸດທີ IX ແມ່ນໄດ້ປະຕິບັດສໍາເລັດ ແລະ ໄດ້ຮັບການຮັບຮອງຈາກກົມກ່ຽວຂ້ອງຂອງກະຊວງພາຍໃນໃນເມື່ອກ່ອນ ຈໍານວນ 501 ຕໍາແໜ່ງງານ; ແຕ່ການບັນຈຸ-ສັບຊ້ອນບຸກຄະລາກອນເຂົ້າໃສ່ແຕ່ລະຕໍາແໜ່ງງານຕ່າງໆທີ່ໄດ້ກຳນົດໄວ້ ມີບາງດ້ານກໍຍັງບໍ່ທັນຄົບຖ້ວນ ແລະ ຍັງບໍ່ທັນຖືກຕ້ອງ-ຊັດເຈນ, ສາເຫດເນື່ອງຈາກໄລຍະປີ 2023 ຈົນຮອດປັດຈຸບັນ ສພຊ ບໍ່ໄດ້ຮັບໂກຕາລັດຖະກອນ ເຮັດໃຫ້ການບັນຈຸສັບຊ້ອນບໍ່ທັນສໍາເລັດສົມບູນ. ອີງໃສ່ທິດຊີ້ນໍາຂອງສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ໃຫ້ມີຄວາມກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ, ຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າປັບປຸງກົງຈັກການຈັດ ຕັ້ງ ແລະ ບັນຈຸສັບຊ້ອນບຸກຄະລາກອນຂອງ ສພຊ ຊຸດທີ X ໂດຍການປະສານສົມທົບກັບຄະນະຈັດຕັ້ງສູນກາງພັກ ກ່ອນຈະລາຍງານຕໍ່ກອງປະຊຸມສູນກາງພິຈາລະນາ ແລະ ຖືກຮັບຮອງເອົາຢ່າງເປັນທາງການຢູ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນທ້າຍເດືອນມີນາ 2026 ຈຶ່ງເຮັດໃຫ້ກົງຈັກການຈັດຕັ້ງຂອງ ສພຊ ປະກອບມີ 5 ກໍາມາທິການ ແລະ 1 ຫ້ອງວ່າການ; ນອກຈາກນັ້ນ, ຄະນະປະຈໍາສະພາແຫ່ງຊາດ ຍັງໄດ້ຮັບຮອງເອົາກົງຈັກຂັ້ນກົມ ຈໍານວນ 20 ກົມ ແລະ ມີ 57 ພະແນກ. ປັດຈຸບັນ, ບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ໄດ້ປັບປຸງພາລະບົດບາດຄືນໃໝ່ສໍາເລັດໂດຍພື້ນຖານ, ບັນດາກົມກໍກຳລັງຂຸ້ນຂ້ຽວປັບປຸງພາລະບົດບາດຂອງຕົນ ລວມທັງສຸມໃສ່ວຽກງານການວິເຄາະ ແລະ ຂຽນຕໍາແແໜ່ງງານ ເຊິ່ງເປັນວຽກທີ່ສໍາຄັນ ແລະ ຮີບດ່ວນ.

(ນາງ ອານິຕາ ມ່ວນສະຫວັດ)