(ສພຊ) – ລະຫວ່າງວັນທີ 23 ສິງຫາ ຫາ 1 ກັນຍາ 2026, ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ຫສຊ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາປະຊາຊົນແຂວງ (ສພຂ) 7 ແຂວງພາກກາງ ແລະ ພາກໃຕ້ ຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ ແລະ ຈໍາປາສັກ ຕາມລຳດັບ ເຊິ່ງມີຈຸດປະສົງຕົ້ນຕໍເພື່ອກວດກາ ແລະ ຊຸກຍູ້ການປັບປຸງກົງຈັກການຈັດຕັ້ງ, ການບັນຈຸ-ສັບຊ້ອນບຸກຄະລາກອນຂອງ ສພຂ, ຄະນະສະມາຊິກສະພາປະຊາຊົນແຂວງ (ຄສຂ) ປະຈໍາເຂດເລືອກຕັ້ງເມືອງ ແລະ ຫ້ອງການ ຄສຂ ປະຈໍາເມືອງ ໃຫ້ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ຢ່າງມີຄຸນນະພາບ ແລະ ເພີ່ມປະສິດທິພາບໃນການປະຕິບັດວຽກງານ.

ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ພ້ອມຄະນະ ໄດ້ເຂົ້າພົບປະເລຂາພັກແຂວງ ເພື່ອລາຍງານຈຸດປະສົງຂອງການເຄື່ອນໄຫວວຽກງານ; ຈາກນັ້ນ ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະປະທານ, ຄະນະຫ້ອງວ່າການ ແລະ ພະນັກງານທີ່ກ່ຽວຂ້ອງຂອງສະພາປະຊາຊົນແຂວງ ເພື່ອຮັບຟັງລາຍງານການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານ, ແລກປ່ຽນບົດຮຽນ ພ້ອມທັງຄົ້ນຄວ້າວິທີການແກ້ໄຂຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ການປະຕິບັດວຽກງານຂົງເຂດຫ້ອງວ່າການ ສພຂ ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ມີປະສິດທິຜົນສູງຂຶ້ນ.

ນອກຈາກນີ້, ຄະນະຍັງໄດ້ລົງພົບປະປະຊາຊົນ ເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດ ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ຜູ້ປະສົບໄພພິບັດທາງທຳມະຊາດ ຢູ່ເມືອງລະມາມ, ແຂວງເຊກອງ ລວມມູນຄ່າ 202 ລ້ານກີບ.
ພາຍຫຼັງສໍາເລັດການເຄື່ອນໄຫວວຽກງານ, ຈະໄດ້ສັງລວມບົດລາຍງານຢ່າງລະອຽດ ເພື່ອສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລະ ໃຫ້ທິດຊີ້ນໍາໃນຂັ້ນຕໍ່ໄປ.
(ອານຸສອນ ພູມມີທອນ)

