(ສພຊ) – ລະຫວ່າງວັນທີ 10-15 ຕຸລາ 2026, ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ປະຈຳການກຳມາທິການເສດຖະກິດ ແລະ ການເງິນ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາມິດຕະພາບລະຫວ່າງສະມາຊິກລັດຖະສະພາຂອງບັນດາປະເທດ ປະຈໍາປີ 2026 ທີ່ແຂວງທຽນຈິນ ແລະ ນະຄອນຫຼວງປັກກິ່ງ ສປຈີນ ພາຍໃຕ້ຫົວຂໍ້ “ການແບ່ງປັນການພັດທະນາທີ່ມີຄຸນນະພາບສູງ ແລະ ກໍ່ສ້າງອະນາຄົດທີ່ຍືນຍົງຮ່ວມກັນ” ໂດຍການເຂົ້າຮ່ວມຂອງສະມາຊິກລັດຖະສະພາ 70 ທ່ານ ຈາກ 52 ປະເທດ; ກ່າວເປີດກອງປະຊຸມໂດຍທ່ານ ເຜິງ ຊິງຮວາ ຮອງປະທານຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເຊິ່ງເປັນປີເລີ່ມຕົ້ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງ ສປຈີນ (2026-2030).

ຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນກັນ ພາຍໃຕ້ 6 ຫົວຂໍ້ທີ່ສໍາຄັນຄື: 1) ການສົນທະນາລະຫວ່າງສະມາຊິກລັດຖະສະພາຈາກບັນດາປະເທດໂລກໃຕ້, 2) ການສົນທະນາກັບສະມາຊິກລັດຖະສະພາຈາກບັນດາປະເທດເອີຣົບ, 3) ການບໍລິຫານປົກຄອງຂັ້ນຮາກຖານ ແລະ ຄວາມສາມາດຂອງສັງຄົມ ໃນການຮັບມື ແລະ ຟື້ນຕົວຈາກວິກິດທົ່ວໂລກ, 4) ການເຊື່ອມໂຍງອຸດສາຫະກຳກັບການສຶກສາ ແລະ ກຳລັງການຜະລິດຄຸນນະພາບໃໝ່, 5) ມໍລະດົກວັດທະນະທຳ ແລະ ການຟື້ນຟູຕົວເມືອງ, 6) ການພັດທະນາສີຂຽວ ແລະ ການປະສານງານລະຫວ່າງພາກພື້ນ. ກອງປະຊຸມສໍາມະນາຄັ້ງນີ້ ດໍາເນີນໄປໃນບັນຍາກາດທີ່ມີຄວາມເປັນເອກະພາບກັນ, ເອົາໃຈໃສ່ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນກັນຢ່າງສ້າງສັນ, ນຳໃຊ້ຈຸດແຂງຂອງອົງການນິຕິບັນຍັດ ທີ່ເປັນບ່ອນລວມຂອງບຸກຄະລາກອນຜູ້ມີຄວາມຮູ້ຄວາມສາມາດ ແລະ ມີສາຍພົວພັນຢ່າງກວ້າງຂວາງ ເພື່ອເປັນຂົວເຊື່ອມການຮ່ວມມືລະຫວ່າງທ້ອງຖິ່ນ, ປະຊາຊົນ ແລະ ວິສາຫະກິດ; ຊຸກຍູ້ການແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນແລະກັນລະຫວ່າງອາລະຍະທຳ, ສົ່ງເສີມໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ຄວາມຜູກພັນຕໍ່ກັນຫຼາຍຂຶ້ນ.

ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຈ້າວ ເລີ້ຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໂດຍທ່ານກ່າວວ່າ “ສປຈີນ ຍິນດີຮ່ວມກັບລັດຖະສະພາບັນດາປະເທດ ແລະ ອົງການລັດຖະສະພາພະຫຸພາຄີ ເພື່ອເພີ່ມທະວີການແລກປ່ຽນໃນທຸກລະດັບ ແລະ ຫຼາຍຂົງເຂດ, ປະກອບສ່ວນຕໍ່ການພັດທະນາສາຍພົວພັນລະຫວ່າງປະເທດ; ພວກເຮົາຈະເສີມຂະຫຍາຍການແລກປ່ຽນປະສົບການດ້ານວຽກງານນິຕິບັນຍັດ ແລະ ການບໍລິຫານປະເທດ, ສ້າງຫຼັກປະກັນທາງກົດໝາຍໃຫ້ແກ່ການຮ່ວມມືທີ່ເປັນຮູບປະທຳ, ປະກອບສ່ວນປົກປ້ອງຄວາມເປັນທຳ ແລະ ຄວາມຍຸຕິທຳສາກົນ”.
ນອກຈາກນັ້ນ, ໄດ້ຢ້ຽມຊົມສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ສະຖາບັນການແພດ (Tellyes Academy of Medical Education – TAME), ສູນວິໄຈຂັ້ນສູງດ້ານສິລະປະບູຮານ ທີ່ວິທະຍາໄລທຽນກົງ, ອຸດສາຫະກໍາສະໄໝໃໝ່ໃນເຂດພັດທະນາໃໝ່ປິນໄຫ, ທ່າເຮືອອັດສະລິຍະປອດຄາບອນ ຂອງແຂວງທຽນຈິນ, ຖະໜົນວັດບູຮານເຂດໜານໄຄ, ໂຄງການພັດທະນາເມືອງສວນສາທາລະນະຈິນຢີ, ລ່ອງເຮືອຊົມໂຄງການພັດທະນາແມ່ນ້ຳໄຫ່ເຫີ, ສູນສະແດງສິນຄ້າ ແລະ ພາລາຊະວັງ ທີ່ນະຄອນຫຼວງປັກກິ່ງ.

