(ສພຊ) – ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກ່ຽວກັບວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ຕຸລາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ (ກວສຊ) ເຊິ່ງມີທ່ານ ນາງ ວິລະວອນ ພັນທະວົງ ຮອງປະທານ ກວສຊ, ທ່ານສະມາຊິກສະພາແຫ່ງ ຊາດປະຈຳການ ກວສຊ ພ້ອມດ້ວຍບັນດາວິທະຍາກອນຈາກກົມການປົກຄອງທ້ອງຖິ່ນ ຄະນະຈັດຕັ້ງສູນກາງພັກ, ກົມຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ ຈາກ 3 ກົມທີ່ຂຶ້ນກັບ ກວສຊ; ສໍາມະນາກອນທີ່ຮັບຜິດຊອບວຽກງານດັ່ງກ່າວ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມກວ່າ 50 ທ່ານ.

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈທາງດ້ານວິຊາການ ໃນການເຊື່ອມຊຶມກໍາແໜ້ນຢ່າງເລິກເຊິ່ງຕໍ່ເນື້ອໃນທີ່ນໍາມາຝຶກອົບຮົມ ເປັນຕົ້ນ: ທີ່ຕັ້ງພາລະບົດບາດ, ສິດ, ໜ້າທີ່ ຂອງກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ກົນໄກການປະສານສົມທົບການຕິດຕາມກວດກາໃນຂົງເຂດວຽກງານວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຈັດຕັ້ງປະຕິບັດວຽກງານການປົກຄອງທ້ອງຖິ່ນ, ການຈັດຕັ້ງປະຕິບັດພາລະບົດບາດວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ; ພ້ອມກັນນີ້, ຈະມີການສົນທະນາ, ຕັ້ງຄໍາຖາມ ເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງວິທະຍາກອນ ກັບ ສໍາມະນາກອນ ມີບັນຫາໃດທີ່ເຫັນວ່າຍັງບໍ່ທັນລະອຽດຈະແຈ້ງຕໍ່ກັບເນື້ອໃນທີ່ນໍາສະເໜີ ຫຼື ການຈັດຕັ້ງປະຕິບັດຜ່ານມາພົບບັນຫາໃດ ກໍສາມາດຍົກປະເດັນຂຶ້ນເພື່ອພ້ອມກັນຄົ້ນຄວ້າ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນ ເພື່ອເປັນບົດຮຽນນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດເປັນຢ່າງດີ.

ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຂໍ້ຕົກລົງຂອງກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຊົນເຜົ່າ ແລະ ສາສະໜາ, ການຈັດຕັ້ງພາລະບົດບາດວຽກງານການປົກຄອງທ້ອງຖິ່ນ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ການຈັດຕັ້ງປະຕິບັດພາລະບົດບາດວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ໃນໄລຍະຜ່ານມາ, ການຈັດຕັ້ງວຽກງານພັດທະນາຊົນນະບົດ ແລະ ວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ; ບັນດາສໍາມະນາກອນ ໄດ້ຍົກສູງຄວາມຮັບຜິດຊອບເອົາໃຈໃສ່ຮັບຟັງການສະເໜີ, ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນເນື້ອໃນຕ່າງໆ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງຕັ້ງໜ້າ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ສາມາດນໍາເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງທີ່ຕົນຮັບຜິດຊອບ ຫຼື ຕາມການມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດເປັນຮູບປະທໍາ.
(ນາງ ອານິຕາ ມ່ວນສະຫວັດ)

