(ສພຊ) – ກອງປະຊູມເຝິກອົບຮົມສ້າງຄວາມເຂັ້ມແຂງດ້ານພາວະຄວາມເປັນຜູ້ນໍາ ແລະ ການມີສ່ວນຮ່ວມກັບປະຊາຊົນ ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-28 ສິງຫາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ເຊິ່ງມີບັນດາທ່ານຮອງປະທານ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການ, ແລະ ຄະນະກຳມະການສະພາປະ ຊາຊົນຂັ້ນແຂວງ ທີ່ເປັນ ສສຂ 18 ແຂວງທົ່ວປະເທດ; ວິທະຍາກອນພາຍໃນ ແລະ ຕ່າງປະເທດ, ຄະນະຮັບຜິດຊອບ ແລະ ກອງເລຂາຊ່ວຍວຽກກອງປະຊູມ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຊ່ຽວຊານຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 140 ທ່ານ.

ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ຖືເປັນໂອກາດດີໃນການຍົກສູງຄວາມຮູ້ຄວາມສາມາດ, ທັກສະ ແລະ ປະສົບການ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອໃຫ້ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໄດ້ຢ່າງມີປະສິດທິຜົນ; ການມີຄວາມຮູ້ທີ່ແໜ້ນແກ່ນ, ເຂົ້າໃຈບົດບາດ ແລະ ໜ້າທີ່ຢ່າງຖືກຕ້ອງ, ມີທັກສະໃນການປະຕິບັດວຽກ ແລະ ສາມາດປະສານງານກັບພາກສ່ວນຕ່າງໆໄດ້ດີ ຈະເປັນພື້ນຖານສຳຄັນໃນການຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານສະພາ ຢູ່ທ້ອງຖິ່ນ. ພ້ອມກັນນັ້ນ, ການນຳເອົາບາງບົດຮຽນຈາກຕ່າງປະເທດມາແລກປ່ຽນໃນຄັ້ງນີ້ ກໍເປັນປະໂຫຍດຢ່າງຍິ່ງ ເພາະແຕ່ລະປະເທດມີພາລະບົດບາດ, ລະບົບ ແລະ ເງື່ອນໄຂທີ່ແຕກຕ່າງກັນ; ການສຶກສາບົດຮຽນຈາກສາກົນ ຈຶ່ງຄວນເນັ້ນການສຶກສາປຽບທຽບ ແລະ ເລືອກເຟັ້ນສິ່ງທີ່ເໝາະສົມ ມາໝູນໃຊ້ເຂົ້າກັບສະພາບຕົວຈິງຂອງ ສປປລາວ.

ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນ 7 ຫົວຂໍ້: 1. ພາລະບົດບາດ, ຄວາມຮັບຜິດຊອບ ແລະ ທິດທາງໃນຕໍ່ໜ້າ ຂອງ ສສຂ; 2. ການເຮັດວຽກຂອງ ສສຂ ທີ່ມີປະສິດທິພາບ: ປະສົບການຈາກສາກົນ ແລະ ບົດຮຽນຈາກການເຮັດວຽກຕົວຈິງ; ການສະໜັບສະໜູນວຽກງານບຸລິມະສິດການພັດທະນາລະດັບຊາດ ແລະ ແຂວງ; 3. ການຕິດ ຕາມກວດກາຕົວຈິງຂອງສະພາປະຊາຊົນແຂວງ: ເຄື່ອງມື, ກົນໄກ ແລະ ການຕິດຕາມກວດກາດ້ານງົບປະມານ; 4. ການພົບປະ ແລະ ການມີສ່ວນຮ່ວມກັບປະຊາຊົນ, ການສື່ສານຂອງສະພາ: ປະສົບການຂອງສາກົນ ແລະ ເຄື່ອງມືທີ່ນຳໃຊ້ຕົວຈິງ; 5. ນະວັດຕະກໍາ ແລະ ຫັນປ່ຽນເປັນດິຈິຕອນ ສໍາລັບ ສສຂ: ການນໍາໃຊ້ປັນຍາປະດິດ (AI), ເຝິກປະຕິບັດ ແລະ ສົນທະນາ ລວມທັງການນໍາສະເໜີ; 6. ວຽກງານຕິດຕາມກວດກາຜ່ານການພັດທະນາ ແລະ ນຳໃຊ້ຄູ່ມືການຕິດ ຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ; 7. ການວາງແຜນສຳລັບການພັດທະນາ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຈັດກຸ່ມສົນທະນາຕາມຄໍາຖາມແຕ່ລະຫົວຂໍ້, ນໍາສະເໜີແຜນ ແລະ ບົດຮຽນ ຈາກຕາງໜ້າຂອງແຕ່ລະກຸ່ມ.
(ສອນສັກ ວັນວິໄຊ

