ສູນທອນພົດເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຕ.ລ. 5, 2026

(ສພຊ) – ໃນພິທີເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດເປີດກອງປະຊຸມວ່າ: ມື້ນີ້, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ຫາກໍສໍາເລັດລົງໃນ 2-3 ວັນຜ່ານມາ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກອງປະຊຸມມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຂໍສະແດງຄວາມຂໍ່ານັບຊົມເຊີຍຢ່າງສຸດອົກສຸດໃຈ; ຂໍສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານນາຍົກລັດຖະມົນຕີ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາທ່ານໃນທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ບັນດາຜູ້ຊົງຄຸນວຸດທິ, ຜູ້ຕາງໜ້າສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງສຸດໃຈ; ຂໍສະແດງຄວາມຊົມເຊີຍມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ທີ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຢ່າງພ້ອມພຽງ.
ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຄັ້ງນີ້ ເປັນໄລຍະທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະແມ່ນບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ X ຍັງຢູ່ໃນໄລຍະແຫ່ງຄວາມອາໄລອາວອນ ຢ່າງສຸດຊຶ້ງຕໍ່ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ຊຸດທີ X; ເພື່ອສະແດງເຖິງຄວາມອາໄລອາວອນ, ຄວາມເຄົາລົບ, ນັບຖື, ຈົດຈໍາຄຸນງາມຄວາມດີຂອງທ່ານ ໄຊສົມພອນ ພົມວິຫານ ເຊິ່ງເພິ່ນເປັນຜູ້ນໍາພາ-ຊີ້ນໍາ ແລະ ຮ່ວມກັບຄະນະປະຈຳສະພາແຫ່ງຊາດ ເຮັດສຳເລັດໜ້າທີ່ການເມືອງຂອງສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ສືບຕໍ່ນໍາພາສະພາແຫ່ງຊາດ ຊຸດທີ X ພຽງໄດ້ 7 ເດືອນ; ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຮຽນເຊີນບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມທັງໝົດ ຈົ່ງພ້ອມກັນລຸກຂຶ້ນກົ້ມຫົວໄວ້ອາໄລ 1 ນາທີ.
ຕະຫຼອດໄລຍະ 10 ເດືອນໃນປີ 2026, ເຖິງວ່າສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໄດ້ຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບຊັບຊ້ອນ, ຄາດຄະເນໄດ້ຍາກ ເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ບັນດາປະເທດໃນໂລກ ລວມທັງປະເທດພວກເຮົາ, ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພທຳມະຊາດທີ່ຮ້າຍແຮງຢູ່ບັນດາແຂວງຕ່າງໆຂອງ ສປປລາວ ທີ່ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ລວມທັງປະຊາຊົນບັນດາເຜົ່າ, ແຕ່ສະພາແຫ່ງຊາດ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ; ດ້ວຍການເອົາໃຈໃສ່ປະສານສົມທົບວຽກງານຮ່ວມກັນຢ່າງໃກ້ຊິດ ແລະ ມີຄວາມເປັນເອກະພາບສູງ ລະຫວ່າງສະພາແຫ່ງຊາດ, ລັດຖະບານ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ມີການຮ່ວມມືຂອງປະຊາຊົນໃນຂອບເຂດທົ່ວປະເທດ, ເຮັດໃຫ້ການຜັນຂະ ຫຍາຍແນວທາງນະໂຍບາຍຂອງພັກໄດ້ເຂົ້າສູ່ລວງເລີກ, ໄດ້ຈັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ລັດຖະບານໄດ້ຄົ້ນຄວ້າສະເໜີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງກວ່າເກົ່າ, ເຮັດໃຫ້ປະເທດເຮົາສືບຕໍ່ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງປະເທດເຮົາສືບຕໍ່ມີການຂະຫຍາຍຕົວໃນທາງບວກ, ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນ ແລະ ຄາດໝາຍ ເປັນສ່ວນໃຫຍ່, ຈໍານວນໜຶ່ງປະຕິບັດໄດ້ລື່ນແຜນການ; ການສ້າງ ແລະ ປັບປຸງກົດໝາຍ ມີຄວາມສອດຄ່ອງກັບສະພາບຕົວຈິງ, ສ້າງໃຫ້ເປັນກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ພັດທະນາປະເທດເຮົາໃຫ້ມີຄວາມໜັກແໜ້ນ ຕາມທິດປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງ, ເຂັ້ມແຂງ, ສັງຄົມມີປະຊາທິປະໄຕ, ສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ, ອັນໄດ້ເຮັດໃຫ້ບົດບາດຂອງປະເທດເຮົາ ໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ພິຈາລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະລາກອນຂັ້ນສູງຈໍານວນໜຶ່ງ.
2. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027.
3. ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້.
4. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ.
5. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027.
6. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027.
7. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027.
8. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027.
9. ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ຈໍານວນ 8 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ; ກົດໝາຍປັບປຸງ 7 ສະບັບ ຄື: (1) ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ, (2) ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, (3) ກົດໝາຍວ່າດ້ວຍການຈະລາຈອນທາງບົກ, (4) ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, (5) ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, (6) ກົດໝາຍວ່າດ້ວຍການບິນພົນລະເຮືອນ ແລະ (7) ກົດໝາຍວ່າດ້ວຍລັດຖະບານ.
ນອກນັ້ນ, ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການຊີ້ແຈງຂອງທ່ານນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ.
ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຍິ່ງ ເພາະຈະໄດ້ມີການພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງທີ່ໄດ້ລາຍງານມາຂ້າງເທິງ. ສະນັ້ນ, ຂ້າພະເຈົ້າຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະ ກອບຄໍາເຫັນຢ່າງມີປະຊາທິປະໄຕ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງເອົາບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ຂໍຮຽກຮ້ອງມາຍັງທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຕາມວາລະທີ່ໄດ້ກຳນົດໄວ້; ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ຈົ່ງໄດ້ຕິດຕາມການດໍາເນີນກອງປະຊຸມ ໂດຍຜ່ານພາຫະນະສື່ມວນຊົນ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ໃນນາມຜູ້ຮັກສາການແທນປະທານສະພາແຫ່ງຊາດ, ປະທານກອງປະຊຸມ, ຂ້າພະເຈົ້າ ຂໍປະກາດເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ນັບແຕ່ເວລານີ້ເປັນຕົ້ນໄປ.