(ສພຊ) – ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ດຳເນີນມາແຕ່ວັນທີ 5 ຫາ 21 ຕຸລາ 2026, ມາຮອດມື້ນີ້ ໄດ້ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້; ກອງປະຊຸມຕີລາຄາສູງທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈຳນວນ 17 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດ ມີການພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈຳນວນໜຶ່ງ ດັ່ງນີ້:

1) ກອງປະຊຸມໄດ້ພິຈາລະນາ ແລະ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ຕາມລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງເປັນການເລືອກຕັ້ງບຸກຄະລາກອນໃນຕຳແໜ່ງສໍາຄັນຂອງລັດ ເພື່ອສືບຕໍ່ນໍາພາ-ຊີ້ນໍາການບູລະນະລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໄປຕາມທິດການພັດທະນາປະເທດເຮົາ ໃຫ້ມີຄວາມໜັກແໜ້ນຕາມທິດ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງ, ເຂັ້ມແຂງ, ສັງຄົມມີປະຊາທິປະໄຕ, ສາມັກຄີເປັນປຶກແຜ່ນ, ຍຸຕິທຳ ແລະ ສີວິໄລ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
2) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ກອງປະຊຸມຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ທົ່ວປະເທດສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວສະເລ່ຍໝົດປີໃນລະດັບ 5.1% (ມະຕິສະພາແຫ່ງຊາດ 5.5%), ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ບົດບາດອິດທິພົນຂອງປະເທດເຮົາໃນພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການເກັບລາຍຮັບ ໂດຍນໍາໃຊ້ລະບົບທັນສະໄໝໃຫ້ໄດ້ຢ່າງຄົບຖ້ວນ ໂດຍສະເພາະເກັບລາຍຮັບຈາກທີ່ດິນ, ຄ່າເຊົ່າ, ສຳປະທານຊັບສິນ ແລະ ຄ່າຊັບພະຍາກອນທຳມະຊາດ; ແກ້ໄຂບັນຫາການຍົກເວັ້ນການປະຕິບັດກົດໝາຍ ທີ່ສົ່ງຜົນກະທົບຕໍ່ການເກັບລາຍຮັບເຂົ້າງົບປະມານ, ແກ້ໄຂໜີ້ສິນສາທາລະນະ, ໜີ້ສິນໂຄງການລົງທຶນຂອງລັດ ໃຫ້ມີຄວາມຄືບໜ້າ; ກວດກາຄືນບັນດາສັນຍາສຳປະທານຂຸດຄົ້ນແຮ່ທາດ ໃຫ້ມີຄວາມຮັດກຸມ, ຮັບປະກັນການຈັດເກັບພັນທະຕ່າງໆ ໃຫ້ມີຄວາມໂປ່ງໃສ ແລະ ຄົບຖ້ວນ; ເພີ່ມທະວີມາດຕະການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ, ປ່າໄມ້ ແລະ ສັງຄົມ ຢ່າງເຂັ້ມງວດ ແລະ ມີມາດຕະການຢ່າງເດັດຂາດຕໍ່ບັນດາໂຄງການທີ່ຖືກປະເມີນ ແລະ ຈັດຢູ່ໃນປະເພດ C ແລະ C+ ຕິດພັນກັບປະເມີນຄືນການຈັດຕັ້ງປະຕິບັດຍຸດທະສາດແຮ່ທາດ ຮອດປີ 2030; ສືບຕໍ່ຄວບຄຸມ ແລະ ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ ດ້ວຍການນໍາໃຊ້ມາດຕະການທາງກົດໝາຍ ແລະ ມາດຕະການທາງເສດຖະກິດ ຢ່າງເຂັ້ມງວດ ແລະ ເດັດຂາດ; ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສີນຄ້າ, ຫຼຸດຜ່ອນການນໍາເຂົ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ ໂດຍຕິດພັນກັບຕ່ອງໂສ້ການຜະລິດ ຮັບປະກັນການເຂົ້າເຖິງຕະຫຼາດ; ເອົາໃຈໃສ່ຄຸ້ມຄອງລົດບັນທຸກນໍ້າໜັກເກີນ ແລະ ບໍ່ຖືກຕາມມາດຕະຖານເຕັກນິກ (ຍານພາຫະນະດັດແປງເອງ), ມີມາດຕະການທີ່ເຂັ້ມງວດຕໍ່ຜູ້ລະເມີດ, ການສ້າງຟື້ນຟູ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສັ້ນທາງຊາຍແດນ, ເສັ້ນທາງໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມການລົງທຶນຂອງລັດເຂົ້າໃສ່ການພັດທະນາຂົງເຂດສຶກສາ ແລະ ກິລາ, ສາທາລະນະສຸກ ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໃນກົດໝາຍ, ພັດທະນາຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບຂຶ້ນຕື່ມ; ສົ່ງເສີມການພັດທະນາສີມືແຮງງານ ໃຫ້ມີຄຸນນະພາບສູງຂຶ້ນ; ສະເໜີໃຫ້ຄົ້ນຄວ້າມີແຜນຮັບມືແຕ່ຫົວທີ, ມີນິຕິກຳຄຸ້ມຄອງ ແລະ ວິທີການແກ້ໄຂການຮັບມືກັບໄພພິບັດທຳມະຊາດ ແລະ ຟື້ນຟູເນື້ອທີ່ການຜະລິດຂອງປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດ ກັບເຂົ້າສູ່ສະພາບປົກກະຕິ; ປະຕິບັດນະໂຍບາຍຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ; ເອົາໃຈໃສ່ຄຸ້ມຄອງແຫຼ່ງທ່ອງທ່ຽວທີ່ເປັນມໍລະດົກໂລກ, ມໍລະດົກແຫ່ງຊາດ ແລະ ທ້ອງຖິ່ນ ໃຫ້ມີຄວາມຍືນຍົງ.
3) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍມາດຕາ 2 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບປີ 2021 ອອກເປັນມະຕິຂອງສະພາແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແນໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃຫ້ດີຂຶ້ນ.
4) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ຂອງອົງ ການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ເຊິ່ງກອງປະຊຸມສະເໜີໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເອົາໃຈໃສ່ປັບປຸງແກ້ໄຂກົນໄກປະສານງານກັບເປົ້າໝາຍທີ່ຖືກກວດສອບ ໃຫ້ເປັນເຈົ້າການ ແລະ ຮ່ວມມືແກ້ໄຂຜົນຂອງການກວດສອບ-ກວດກາໃຫ້ທັນການ; ໃຫ້ມີການແບ່ງຂັ້ນຄຸ້ມຄອງຢ່າງຊັດເຈນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ; ເພີ່ມການຝຶກອົບຮົມນັກກວດສອບ-ກວດກາ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທາງດ້ານເຕັກນິກ, ວິຊາສະເພາະ ນໍາໃຊ້ເຄື່ອງມືທີ່ທັນສະໄໝ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ.
5) ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027, ກອງປະຊຸມຕີລາຄາສູງຕໍ່ສອງອົງການດັ່ງກ່າວ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຕົວຈິງ ແລະ ມີຄວາມຍຸຕິທຳ; ໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ແລະ ມະຕິສະພາແຫ່ງຊາດ ເຂົ້າໃນການປັບປຸງຂະບວນການຍຸຕິທຳ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.
ກອງປະຊຸມສະເໜີໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໂດຍຖືສໍາຄັນດ້ານຄຸນທາດການເມືອງ, ມີຈັນຍາບັນ, ຈັນຍາທຳ ທີ່ໜັກແໜ້ນ; ບຳລຸງສ້າງ, ຍົກລະດັບຄວາມຮູ້, ຄວາມສາມາດ, ສ້າງໃຫ້ມີຄວາມຊຳນານງານ ກາຍເປັນມືອາຊີບ; ຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຕ່ລະຂັ້ນ ໃຫ້ເຂັ້ມງວດ; ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ຄ້າຍດັດສ້າງ ແລະ ຄ້າຍຄຸມຂັງ; ການກັກຕົວ, ຈັບຕົວ, ການກັກຂັງພາງ ໃຫ້ຮັບປະກັນການດຳເນີນຄະດີຖືກຕ້ອງຕາມກົດໝາຍ, ມີຄວາມໂປ່ງໃສ ແລະ ຍຸຕິທຳ; ແກ້ໄຂບັນຫານັກໂທດຖືກກັກຂັງທີ່ບໍ່ມີຄໍາຕັດສິນ ໃຫ້ໄວ; ເອົາໃຈໃສ່ປະເມີນການປະຕິບັດໜ້າທີ່ ແລະ ການປະພຶດຂອງຜູ້ພິພາກສາ.
6) ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໃນຕະຫຼອດໄລຍະເກືອບໜຶ່ງປີ ໃນການປະຕິບັດສາມພາລະບົດບາດຂອງຕົນ ໄດ້ມີຜົນສໍາເລັດຫຼາຍດ້ານ, ສະແດງເຖິງຄຸນນະພາບໃນການເຄື່ອນໄຫວວຽກງານຂອງສະມາຊິກສະພາ ໄດ້ຮັບການຍົກສູງຂຶ້ນ, ປະຊາຊົນມີຄວາມສົນໃຈ ແລະ ຕິດຕາມການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼາຍຂຶ້ນ.
ກອງປະຊຸມໄດ້ສະເໜີໃຫ້ເອົາໃຈໃສ່ຕໍ່ການຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ ໃຫ້ໄປຕາມກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ມີຄຸນນະພາບດີຂຶ້ນ, ມີຄວາມສອດຄ່ອງກັບຄວາມເປັນຈິງ; ສູ້ຊົນເຮັດໃຫ້ການຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ຮັບປະກັນຜົນປະໂຫຍດລວມຂອງຊາດ ກໍຄືສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ເອົາໃຈໃສ່ການຕິດຕາມກວດກາ ແລະ ສະເໜີພາກສ່ວນກ່ຽວຂ້ອງ ແກ້ໄຂຜົນການຕິດຕາມກວດກາບັນຫາເຄັ່ງຮ້ອນຂອງສັງຄົມ ໂດຍສະເພາະບັນຫາຜົນກະທົບຈາກໂຄງການລົງທຶນຂະໜາດໃຫຍ່, ທີ່ມີຄວາມຫຍຸ້ງຍາກ, ມີຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ ແລະ ອື່ນໆ.
ກອງປະຊຸມສະແດງຄວາມຂອບໃຈຕໍ່ການປະກອບຄຳເຫັນຂອງຜູ້ຕາງໜ້າສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ເຊິ່ງໄດ້ສະເໜີໃຫ້ສະພາແຫ່ງຊາດ ຍົກສູງຄຸນນະພາບການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເລື້ອຍໆ ໂດຍສະເພາະການຕິດຕາມກວດກາ ແລະ ນໍາເອົາຄໍາຄິດເຫັນທີ່ສ່ອງແສງຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ສະເໜີລັດຖະບານມີວິທີແກ້ໄຂຜົນການຕິດຕາມກວດກາດັ່ງກ່າວ.
ກອງປະຊຸມໄດ້ຮັບຟັງການລາຍງານຜົນການຕົກລົງຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເລືອກຕັ້ງແທນດ້ວຍວິທີການສະເພາະ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ.
7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ຈຳນວນ 8 ສະບັບ ດ້ວຍຄະແນນສຽງແຕ່ 90.96% ຂຶ້ນໄປ ໃນນີ້, ກົດໝາຍສ້າງໃໝ່ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, ກົດໝາຍປັບປຸງ 7 ສະບັບ ຄື: (1) ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ, (2) ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, (3) ກົດໝາຍວ່າດ້ວຍການຈະລາຈອນທາງບົກ, (4) ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, (5) ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, (6) ກົດໝາຍວ່າດ້ວຍການບິນພົນລະເຮືອນ, (7) ກົດໝາຍວ່າດ້ວຍລັດຖະບານ.
ນອກຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຂຶ້ນຊີ້ແຈງຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ, ບັນດາທ່ານໃນຄະນະລັດຖະບານ ທັງໝົດ 11 ທ່ານ ເຊິ່ງສະແດງເຖິງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ເຖິງສະພາບຕົວຈິງທີ່ລັດຖະບານພວມສຸມໃສ່ແກ້ໄຂໃນປັດຈຸບັນ.
ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການນໍາໃຊ້ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ, ການບໍລິຫານຂອງລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ຮັບຜົນສໍາເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດຖະບານ, ບັນດາກະຊວງ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແລະ ຂະແໜງການກ່ຽວຂ້ອງ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງກວ້າງຂວາງ.
ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ທີ່ຍາມໃດກໍໄດ້ໃຫ້ການຊີ້ນຳຢ່າງໃກ້ຊິດຕໍ່ສະພາແຫ່ງຊາດໂດຍຕະຫຼອດມາ, ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງບັນດາທ່ານການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມສະພາແຫ່ງຊາດຄັ້ງນີ້.
ຂອບໃຈມາຍັງປະຊາຊົນລາວບັນດາເຜົ່າຢູ່ພາຍໃນ ແລະ ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ທີ່ໄດ້ໃຫ້ຄວາມສົນໃຈ, ຕິດຕາມຢ່າງຈົດຈໍ່ຕໍ່ການດໍາເນີນກອງປະຊຸມຂອງພວກເຮົາໃນຄັ້ງນີ້ ແລະ ສົ່ງຄໍາຄິດເຫັນຜ່ານໂທລະສັບສາຍດ່ວນມາຍັງກອງປະຊຸມເປັນຈຳນວນຫຼວງຫຼາຍ.
ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ມີສ່ວນຮ່ວມເຂົ້າໃນຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນຕົ້ນ ກອງເລຂານຸການກອງປະຊຸມ ທີ່ເອົາໃຈໃສ່ຮັບຜິດຊອບເນື້ອໃນ, ວຽກບໍລິຫານ-ພິທີການຮອບດ້ານ.
ຂໍຂອບໃຈຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມມີຄວາມສະຫງົບປອດໄພທຸກປະການ ແລະ ຂອບໃຈຕໍ່ບັນດາສື່ມວນຊົນ ທີ່ໄດ້ເອົາໃຈໃສ່ເຜີຍແຜ່ການດໍາເນີນກອງປະຊຸມສະພາແຫ່ງຊາດ ໃຫ້ສັງຄົມໄດ້ເຂົ້າເຖິງ ເຊິ່ງເປັນການເພີ່ມຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທຸກບັນຫາທີ່ນໍາມາພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ນີ້.
ກອງປະຊຸມສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ, ບັນດາກຳມາທິການ, ຫ້ອງວ່າການສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ, ລັດຖະບານ, ອົງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍບັນດາມະຕິທີ່ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາ ເຂົ້າໃນການປະຕິບັດວຽກງານຂອງແຕ່ລະພາກສ່ວນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ສຸດທ້າຍນີ້, ຂໍອວຍພອນໃຫ້ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາທ່ານການນໍາຂັ້ນສູງພັກ-ລັດ, ອະດີດການນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ ຕະຫຼອດຮອດພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຄອບຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍປະກາດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
