ສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ຄັ້ງທີ III

ກ.ກ. 24, 2026

‎ (ສພຊ) – ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ; ເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ ມີສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະພາແຫ່ງຊາດ; ບັນດາສະຫາຍກຳມະການຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ, ສະມາຊິກພັກທີ່ເປັນຜູ້ເເທນກອງປະຊຸມໃຫຍ່ ແລະ ແຂກຖືກເຊີນຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກສະພາແຫ່ງຊາດ, ມີຕາງໜ້າຄະນະພັກຂອງ 3 ຫ້ອງວ່າການ ເຂົ້າຮ່ວມຢ່າງພ້ອມພຽງ.
‎ ກອງປະຊຸມໃຫຍ່ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ, ຮັບຮອງເອົາແຜນພັດທະນາຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ໄລຍະ 5 ປີ (2026-2030) ໂດຍມີ 5 ແຜນງານ, 32 ໂຄງການ ແລະ ຮັບຮອງເອົາບົດສໍາຫຼວດຕີລາຄາການນໍາພາ-ຊີ້ນໍາລວມຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ຊຸດເກົ່າ (2021-2025); ພ້ອມນັ້ນ, ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຫສຊ ໂດຍໄດ້ສະແດງຄວາມເປັນເອກະພາບຢ່າງສູງຕໍ່ການຕີລາຄາຜົນສຳເລັດຂອງການນໍາພາລວມຂອງຄະນະພັກຮາກຖານ ຕະຫຼອດໄລຍະ 5 ປີຜ່ານມາ.
‎ ໃນກອງປະຊຸມໃຫຍ່, ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ​ຊຸດ​ໃໝ່ ຕາມ​ມາດຕະຖານ-​ເງື່ອນ​ໄຂທີ່​ກຳນົດ​ໄວ້ ເຊິ່ງມີ​ຜູ້ສະໝັກ​ຮັບ​ເລືອກ​ຕັ້ງ 12 ສະຫາຍ​ ຍິງ 1 ສະຫາຍ ແລະ ​ເລືອກ​ໄດ້ຄະນະພັກຊຸດໃໝ່ ຈຳນວນ 9 ​ສະຫາຍ ຍິງ 1 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເປັນເລຂາຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ, ສະຫາຍ ຄຳສະໄໝ ສຳມາວົງ ເປັນຮອງເລຂາ, ສະຫາຍ ເຂັມພອນ ອາໂນໄທ ເປັນປະທານກວດກາພັກ, ສະຫາຍ ແສງແກ້ວ ວົງນະລາດ ແລະ ສະຫາຍ ສະເຫຼີມໄຊ ນາມບຸດ ເປັນຮອງປະທານກວດກາພັກ. ພ້ອມກັນນີ້, ກອງປະຊຸມໃຫຍ່ຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ຈຳນວນ 101 ສະຫາຍ ແລະ ຜູ້ແທນສຳຮອງ 5 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ເຊິ່ງຈະເປີດຂຶ້ນໃນຕໍ່ໜ້າ.
‎ ກອງປະຊມໃຫຍ່ໄດ້ຮັບຟັງການໂອ້ລົມຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະພາແຫ່ງຊາດ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການເຄື່ອນໄຫວວຽກງານໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳບາງວຽກງານທີ່ຄະນະພັກຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ເປັນຕົ້ນ: ຄຸນນະພາບໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ; ປະສິດທິພາບໃນການນໍາພາ-ຊີ້ນໍາການປັບປຸງກໍ່ສ້າງພັກ, ການປັບປຸງກົງຈັກການຈັດຕັ້ງ, ການບັນຈຸສັບຊ້ອນ, ການຈັດວາງ, ການຂຶ້ນແຜນກໍານົດສ້າງ-ບໍາລຸງພະນັກງານ; ຄຸນນະພາບໃນການປະຕິບັດພາລະບົດບາດຂອງຫ້ອງວ່າການສະພາແຫ່ງຊາດ ໂດຍສະເພາະການເປັນເສນາທິການທາງດ້ານເນື້ອໃນຮອບດ້ານ ແລະ ການອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການເຄື່ອນໄຫວວຽກງານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ; ການຂຶ້ນແຜນ ແລະ ສະໜອງງົບປະມານໃຫ້ສາມາດຕອບສະໜອງໄດ້ຕາມການປະຕິບັດໜ້າທີ່ການເມືອງ; ການໂຄສະນາເຜີຍແຜ່ບົດບາດຂອງສະພາແຫ່ງຊາດ; ການຄຸ້ມຄອງສະມາຊິກສະພາແຫ່ງຊາດ; ສ້າງໃຫ້ມີກົນໄກປະສານງານຢ່າງກົມກຽວ, ໂລ່ງລ່ຽນ ລະຫວ່າງຫ້ອງວ່າການສະພາແຫ່ງຊາດ ກັບຫ້ອງວ່າການສະພາປະຊາຊົນຂັ້ນແຂວງ ແລະ ອົງການກ່ຽວຂ້ອງອື່ນໆ ເພື່ອຮັບປະກັນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ສະຫາຍຍັງໄດ້ຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກບັນດາຜູ້ແທນກອງປະຊຸມໃຫຍ່ ເລືອກເອົາໃຫ້ເປັນຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ຊຸດໃໝ່, ຫວັງວ່າບັນດາສະຫາຍໃນຄະນະພັກຮາກຖານຊຸດໃໝ່ ຈະສືບຕໍ່ຊີ້ນໍາ-ນໍາພາຫ້ອງວ່າການໃຫ້ມີການປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ເພື່ອເຮັດຫຼ້ອນໜ້າທີ່ການເມືອງຂອງຕົນໃນການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ຊຸດທີ X.