ສານອວຍພອນ

ມ.ຖ. 18, 2026

(ສພຊ) – ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກກໍາປູເຈຍ (15 ມິຖຸນາ 1956-15 ມິຖຸນາ 2026), ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສົ່ງສານອວຍພອນໄປຍັງສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄຸນ ສຸດາຣີ ປະທານສະພາແຫ່ງຊາດກໍາປູເຈຍ ເພື່ອສະແດງຄວາມຊົມເຊີຍເຊິ່ງກັນແລະກັນ ໃນໂອກາດສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂອງສອງປະເທດ, ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປລາວ ແລະ ລາຊະອານາຈັກກໍາປູເຈຍ ໂດຍສະເພາະລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກໍາປູເຈຍ ໃຫ້ແຕກດອກອອກຜົນ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ນອກຈາກນີ້, ໃນໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ສົ່ງສານອວຍພອນເຖິງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ລາຊະອານາຈັກກໍາປູເຈຍ ອີກດ້ວຍ

ສານ