ສັງລວມການປະກອບຄໍາເຫັນຂອງ ສສຊ ຕໍ່ທິດທາງແຜນການ 6 ເດືອນທ້າຍປີ

ກ.ກ. 9, 2026

(ສພຊ) – ວັນທີ 7 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 66 ທ່ານ ເປັນຍິງ 20 ທ່ານ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ໂດຍສະເພາະທິດທາງແຜນການ 6 ເດືອນທ້າຍປີ ເຊິ່ງຜູ້ແທນຍັງມີຄວາມເປັນຫ່ວງກ່ຽວກັບການຈັດເກັບລາຍຮັບ, ການປະຕິບັດລາຍຈ່າຍ, ການແກ້ໄຂໜີ້ສິນ ແລະ ຮັບປະກັນການຈັດສັນງົບປະມານ ໃຫ້ສອດຄ່ອງ ແລະ ກົມກຽວກັນໃນທຸກຂະແໜງການ ພ້ອມທັງເອົາໃຈໃສ່ບາງບັນຫາດັ່ງນີ້:
ຕໍ່ພາກແຜນງົບປະມານແຫ່ງລັດ:
– ການຫັນເປັນທັນສະໄໝໃນການເກັບລາຍຮັບໃຫ້ມີຈຸດສຸມ ແລະ ມີຄຸນນະພາບສູງ ຕ້ອງໄດ້ເອົາໃຈໃສ່ພັດທະນາ ແລະ ນໍາໃຊ້ລະບົບທັນສະໄໝໃຫ້ທົ່ວເຖິງຢູ່ບັນດາດ່ານສາກົນ, ຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະໂຄງການຂຸດຄົ້ນແຮ່ທາດ, ໂຄງການພະລັງງານ ເນື່ອງຈາກເປັນແຫຼ່ງລາຍຮັບທີ່ສູງ ເພື່ອຈຳກັດບໍ່ໃຫ້ລາຍຮັບມີການຮົ່ວໄຫຼ; ບັນຫາດັ່ງກ່າວ ຄວນຈະມີການສ້າງຕັ້ງຄະນະສະເພາະກິດເພື່ອຄຸ້ມຄອງ ແລະ ຕິດຕາມ ເພື່ອບໍ່ໃຫ້ຊັບສົມບັດຂອງຊາດຕົກເຮ່ຍເສຍຫາຍຫຼາຍ.
– ກວດກາຄືນ ແລະ ເອົາໃຈໃສ່ປະຕິບັດການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ເພື່ອໃຫ້ສາມາດເປັນປະເທດກຸ້ມຕົນເອງ ແລະ ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຫຼາຍຂຶ້ນ, ທ້ອງຖິ່ນມີບົດບາດໃນການພັດທະນາຕົນເອງໄດ້ ໃນການລະດົມທຶນເພື່ອກໍ່ສ້າງເສັ້ນທາງດ້ວຍຕົນເອງ.
– ກວດກາ ແລະ ພິຈາລະນາຄືນ ກ່ຽວກັບການແບ່ງຂັ້ນຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍ ແລະ ການດຸ່ນດ່ຽງ ໂດຍສະເພາະການນໍາໃຊ້ເງິນເກີນແຜນໃຫ້ທ້ອງຖິ່ນ ເພາະມີບາງແຂວງສາມາດປະຕິບັດລາຍຮັບງົບປະມານເກີນແຜນຢ່າງຫຼວງຫຼາຍ.
– ການເກັບລາຍຮັບຈາກທີ່ດິນ, ການຂຶ້ນສໍາມະໂນທີ່ດິນ, ອາກອນຈາກການກໍ່ສ້າງ ເຫັນວ່າຜ່ານມາຍັງບໍ່ສາມາດປະຕິບັດໄດ້ດີເທົ່າຄວນ ເຮັດໃຫ້ມີການສູນເສຍລາຍຮັບຫຼາຍສົມຄວນ, ສະເໜີໃຫ້ຄົ້ນຄວ້າອອກນິຕິກຳໃຫ້ລະອຽດ, ຊັດເຈນ ແລະ ຫັນເປັນທັນສະໄໝ.
– ພິຈາລະນາກ່ຽວກັບການນໍາໃຊ້ເງິນເກີນແຜນຂອງແຂວງຕ່າງໆໃຫ້ເໝາະສົມ, ຜ່ານມາກໍມີນິຕິກຳໃຫ້ແຂວງກຳນົດນະໂຍບາຍການນໍາໃຊ້ງົບປະມານ 50% ເຊິ່ງບໍ່ສາມາດບຸກທະລຸໃນການພັດທະນາແຂວງໄດ້ ຈຶ່ງສະເໜີໃຫ້ແຂວງໄດ້ນໍາໃຊ້ເງິນດັ່ງກ່າວໃຫ້ທ້ອງຖິ່ນ ໃນສັດສ່ວນ 70/30 ຫຼື 80/20 ເພື່ອໃຫ້ແຂວງນໍາເຂົ້າພັດທະນາທ້ອງຖິ່ນ ເປັນຕົ້ນ ການກໍ່ສ້າງ ແລະ ບູລະນະເສັ້ນທາງຂອງທ້ອງຖິ່ນ.
ແຜນເງິນຕາ:
– ການແກ້ໄຂໄພເງິນເຟີ້, ອັດຕາແລກປ່ຽນ ແລະ ບັນຫາເງິນກີບອ່ອນຄ່າ ເຊິ່ງສົ່ງຜົນກະທົບຕໍ່ການຜະລິດພາຍໃນ, ສະເໜີໃຫ້ມີມາດຕະການຄຸ້ມຄອງ ແລະ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ.
– ຄົ້ນຄວ້າສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການນໍາເຂົ້າທຶນ, ສົ່ງອອກສິນຄ້າ ໂດຍຜ່ານລະບົບທະນາຄານ.
– ການຈັດສັນງົບປະມານບ້ວງກອງທຶນທາງທີ່ລັດຖະບານມອບໃຫ້ທ້ອງຖິ່ນຄຸ້ມຄອງ, ເຫັນວ່າໃນປີ 2027 ທີ່ຈະເອົາໜີ້ສິນບ້ວງກອງທຶນໃຫ້ເຂົ້າໃນແຜນປົກກະຕິ ເຊິ່ງຈະເຮັດໃຫ້ແຜນໜີ້ສິນຂອງແຂວງເພີ່ມຂຶ້ນ.
ຂົງເຂດເສດຖະກິດ:
– ຕໍ່ກັບວຽກງານການເຊື່ອມໂຍງ-ເຊື່ອມຈອດ, ສະເໜີໃຫ້ພິຈາລະນາຈັດສັນງົບປະມານເພື່ອສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງທາງຫຼວງແຫ່ງຊາດທີ່ເປ່ເພຢ່າງໜັກ ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງສິນ ຄ້າ ໂດຍສະເພາະແມ່ນທາງຫຼວງແຫ່ງຊາດເລກທີ 13 ເໜືອ (ເຂດເມືອງໂພນໂຮງ ຫາ ເມືອງວັງວຽງ ແຂວງວຽງຈັນ ຫຼື ວຽງຈັນ-ຊຽງຂວາງ) ພ້ອມທັງມີການກຳນົດນະໂຍບາຍສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາ ແລະ ບູລະນະເສັ້ນ ທາງຮ່ອມ-ທາງຊອຍພາຍໃນບ້ານ; ນອກຈາກນີ້, ໃຫ້ຮີບຮ້ອນກວດກາຄືນບັນດາໂຄງການກໍ່ສ້າງ-ສ້ອມແປງທາງທີ່ໄດ້ເຊັນສັນຍາແລ້ວ ແຕ່ບໍ່ມີຄວາມຄືບໜ້າ, ຫາກພົບວ່າບໍ່ສາມາດຈັດຕັ້ງປະຕິບັດໄດ້ ກໍສະເໜີໃຫ້ຍົກເລີກສັນຍາ ແລ້ວເປີດປະມູນຄັດເລືອກຜູ້ຮັບເໝົາໃໝ່ທີ່ມີຄວາມພ້ອມ ເພື່ອເລັ່ງແກ້ໄຂບັນຫາບໍ່ໃຫ້ການກໍ່ສ້າງຊັກຊ້າ ແລະ ສົ່ງຜົນໃຫ້ເສັ້ນທາງເປ່ເພໜັກກວ່າເກົ່າ.
– ກ່ຽວກັບການຄຸ້ມຄອງລົດບັນທຸກສິນຄ້າເກີນກຳນົດ, ສະເໜີໃຫ້ເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ປະຕິບັດມາດຕະການທາງກົດໝາຍຢ່າງເດັດຂາດຕໍ່ພາຫະນະທີ່ບັນທຸກເກີນນໍ້າໜັກ ເຊິ່ງເປັນສາເຫດຕົ້ນຕໍເຮັດໃຫ້ພື້ນຖານໂຄງລ່າງທາງຄົມມະນາຄົມເປ່ເພຊຸດໂຊມຢ່າງໜັກ; ເພື່ອແກ້ໄຂບັນຫານີ້ຢ່າງຍືນຍົງ, ສະເໜີໃຫ້ພັດທະນາ ແລະ ຫັນປ່ຽນລະບົບຄຸ້ມຄອງ ໄປສູ່ເຕັກໂນໂລຊີດິຈິຕອນທີ່ທັນສະໄໝ ໂດຍການເຊື່ອມໂຍງຖານຂໍ້ມູນຈາກສະຖານີຊັ່ງນໍ້າໜັກທົ່ວປະເທດ ກ້າວໄປສູ່ການນໍາໃຊ້ລະບົບທັນສະໄໝຂອງຂະແໜງການສູນກາງ ເພື່ອສ້າງຄວາມໂປ່ງໃສ, ຕ້ານປາກົດການຫຍໍ້ທໍ້ ແລະ ປ້ອງກັນການຮົ່ວໄຫຼຂອງລາຍຮັບງົບປະມານ.
– ສືບຕໍ່ແກ້ໄຂພື້ນຖານໂຄງລ່າງ ເປັນຕົ້ນ ເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃຫ້ສາມາດທຽວໄດ້ຕະຫຼອດປີ.
– ຕໍ່ກັບໂຄງການການຕ້ານແລ້ງຕ້ານຖ້ວມ, ລັດຖະບານມີມາດຕະການແນວໃດ ເພື່ອສະໜອງແນວພັນໃຫ້ແກ່ປະຊາຊົນ, ມີນະໂຍບາຍຊຸກຍູ້ສົ່ງເສີມ ແລະ ສະໜອງແນວພັນພືດ, ແນວພັນເຂົ້າ, ຕົ້ນທຶນການຜະລິດສູງຫຼາຍ ສະເໜີລັດຖະ ບານສົມທົບກັບບັນດາແຂວງ ເພື່ອມີມາດຕະການ ຫຼື ມີນະໂຍບາຍຊຸກຍູ້ສົ່ງເສີມ; ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການຕ່າງໆຢ່າງມີຈຸດສຸມ ແລະ ມີທ່າແຮງ ໂດຍສະເພາະການຜະລິດກະສິກຳ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ເພື່ອທົດແທນການນໍາເຂົ້າ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະພາບ, ຫຼຸດຜ່ອນການສົ່ງອອກເປັນວັດຖຸດິບ ແລະ ນໍາໃຊ້ມາດຕະການທີ່ບໍ່ແມ່ນພາສີ-ອາກອນ ຕໍ່ການນໍາເຂົ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນປະເທດ ສາມາດແຂ່ງຂັນກັບສາກົນໄດ້.