ສະພາແຫ່ງຊາດຫວຽດນາມ ສະຫງົບນີ້ງ 1 ນາທີ ໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ

ສ.ຫ. 11, 2026

(ສພຊ) – ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໃນຕອນເຊົ້າວັນທີ 10 ສິງຫາ 2026 ພາຍໃຕ້ການເປັນປະທານຂອງທ່ານ ເຈີ່ນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແລະ ການຊີ້ນຳຂອງທ່ານ ນາງ ຫງວຽນ ຖິ ແທັງ ຮອງປະທານສະພາແຫ່ງຊາດ; ກ່ອນການເລີ່ມຕົ້ນວາລະພິຈາລະນາຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍໃນລະດັບຮາກຖານ (ສະບັບປັບປຸງ), ສະພາແຫ່ງຊາດ ໄດ້ໄວ້ອາໄລ 1 ນາທີ ເພື່ອລະນຶກເຖິງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ – ຜູ້ນຳທີ່ມີບົດບາດສຳຄັນໃນການສືບທອດ, ບຳລຸງສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ຫວຽດນາມ-ລາວ.

ຄລິບວິດີໂອ https://www.facebook.com/share/v/1BnEKXAo7m/