ສະພາແຫ່ງຊາດມອບເຄື່ອງຊ່ວຍເຫລືອນໍ້າຖ້ວມແຂວງຫລວງນໍ້າທາ

ກ.ຍ. 7, 2026

 

ວັນທີ 5 ກັນຍາ 2026 ນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານຄະນະກຳມະການວັນທະນທໍາ ແລະ ບັນດາເຜົ່າ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງແຂວງຫລວງນ້ຳທາ ພ້ອມດ້ວຍຄະນະ ຕາງໜ້າໃຫ້ສະພາແຫ່ງຊາດ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ແຂວງຫລວງນ້ຳທາ, ມີອາຫານແຫ້ງ ແລະ ເງິນມູນຄ່າ 200,000,000 ລ້ານກີບ(ສອງຮ້ອຍລ້ານກີບ) ເພື່ອມອບໃຫ້ສະພາປະຊາຊົນແຂວງຫລວງນໍ້າທາ ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ຮັບໂດຍທ່ານ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດຽວກັນ  ໄດ້ລົງເບິ່ງສະຖານທີ່ໆ ໄດ້ຮັບຜົນກະທົບໄພພິບັດນໍ້າຖ້ວມເຂດບໍ່ເຕ່ນ ແລະ ບ້ານບໍ່ເຕ່ນ ມອບເຄື່ອງອຸປະໂພກບໍລິໂພກ ແລະ ມອບເງິນໃຫ້ຄອບຄົວທີ່ຖືກຜົນກະທົບໜັກເຮືອນໄຫຼ 4 ຄອບຄົວ, ຄອບຄົວລະ 5 ລ້ານກີບ.

ແລະ ໄລຍະດຽວກັນການນໍາແຂວງ, ການນໍາສະພາປະຊາຊົນແຂວງ ຍັງໄດ້ລົງມອບເຄື່ອງຊ່ວຍເຫລືອຊຸກຍູ້, ໃຫ້ກຳລັງໃຈປະຊາຊົນທີ່ຖຶກຜົນກະທົບໄພພິບັດນ້ຳຖ້ວມຢູ່ບ້ານປ່າສັກ, ບ້ານປຸ່ງ ແລະ ບ້ານໃໝ່ ເມືອງຫລວງນ້ຳທາ