ສະພາປະຊາຊົນແຂວງ ໄດ້ຮັບລົດຈັກ 5 ຄັນ ຈາກບໍລິສັດ ແສງພັດທະນາບໍ່ແຮ່-ກະສີກໍາ ແລະ ກໍ່ສ້າງຄົບວົງຈອນ

ກ.ຍ. 21, 2026

ໃນວັນທີ 16 ກັນຍາ 2026, ໄດ້ມີພິທີມອບ-ຮັບ ລົດຈັກ ຈາກ ບໍລິສັດ ແສງພັດທະນາບໍ່ແຮ່-ກະສີກໍາ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດ່ຽວ ໃຫ້ແກ່ ສະພາປະຊາຊົນແຂວງ  ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ. ວັນຖຸປັດໄຈມອບໃນຄັ້ງນີ້ ປະກອບມີ ລົດຈັກ Honda Wave 110 ຈໍານວນ 5 ຄັນ, ລວມມູນຄ່າ 180 ລ້ານກີບ. ໂດຍໃຫ້ກຽດຕ່າງໜ້າມອບຂອງ ທ່ານ ແສງພະຈັນ ໂພທິສານ, ອໍານວຍການບໍລິສັດ ແສງພັດທະນາບໍ່ແຮ່-ກະສີກໍາ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດ່ຽວ ແລະ ຕ່າງໜ້າຮັບໂດຍ ທ່ານ ພູວັນ ພົມມະຈັນ, ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ.ໃຫ້ກຽດເຂົ້າຮ່ວມ ແລະ ເປັນສັກຂິພິຍານໃນພິທີໂດຍ ທ່ານ ບຸນເຖິງ ດວງສະຫວັນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນໍາ ແລະ ພະນັກງານທີ່ກ່ຽວຂ້ອງຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ແລະ ຊົມເຊີຍຕໍ່ ບໍລິສັດ ແສງພັດທະນາບໍ່ແຮ່-ກະສີກໍາ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດ່ຽວ ທີ່ມີນໍ້າໃຈປະກອບສ່ວນ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານສະພາ. ທ່ານໄດ້ເນັ້ນວ່າ ລົດຈັກທີ່ໄດ້ຮັບໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເຊິ່ງສະພາປະຊາຊົນແຂວງ ຈະນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານໃຫ້ເກີດປະໂຫຍດ ແລະ ມີປະສິດທິພາບສູງສຸດ. ພ້ອມດຽວກັນນີ້, ທ່ານຍັງໄດ້ອວຍພອນໃຫ້ບໍລິສັດ ຈົ່ງມີຄວາມຈະເລີນກ້າວໜ້າ, ປະສົບຜົນສໍາເລັດໃນການດໍາເນີນທຸລະກິດ ແລະ ເຕີບໃຫຍ່ຂະຫຍາຍໂຕຢ່າງຕໍ່ເນື່ອງ.

(ວິນັດ)