ສະພາປະຊາຊົນແຂວງ ເຊກອງ-ຢາລາຍ ພົບປະແລກປ່ຽນບົດຮຽນ

ສ.ຫ. 23, 2026

อาจเป็นรูปภาพของ แท่นบรรยาย และ ข้อความ         ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະພາປະຊາຊົນແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນສະພາປະຊາຊົນ ແຂວງຢາລາຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ສິງຫາ 2026 ຢູ່ທີ່ສະໂມສອນສະພາປະຊາຊົນ ແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ປອ ຕຸລາວັນ ວົງໄຊ ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງເຊກອງ ພ້ອມຄະນະ, ມີທ່ານ ນາງ ຮວີ່ງ ທຸຍ ເວີນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມຄະນະ ເຂົ້າຮ່ວມ.
อาจเป็นรูปภาพของ ข้อความ‎         ທ່ານ ປອ ຕຸລາວັນ ວົງໄຊ ຮອງປະທານສະພາປະຊາຊົນແຂວງເຊກອງ ໄດ້ກ່າວຕ້ອນຮັບວ່າ: ການພົບປະຂອງຄະນະຜູ້ແທນ ສະພາປະຊາຊົນແຂວງເຊກອງ ແລະ ສະພາປະຊາຊົນແຂວງຢາລາຍ ໃນຄັ້ງນີ້ ມີຄວາມໝາຍສໍາຄັນ ເຊິ່ງສະແດງໃຫ້ເຫັນເຖິງການສືບຕໍ່ຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ເຊິ່ງເປັນການຮ່ວມມືຍຸດທະສາດ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະ ກໍຄືການຮ່ວມມື ລະຫວ່າງ ສະພາປະຊາຊົນ ແຂວງເຊກອງ ແລະ ສະພາປະຊາຊົນແຂວງຢາລາຍ ນັບມື້ນັບດີຂຶ້ນເລື້ອຍໆ.
อาจเป็นรูปภาพของ ‎ข้อความพูดว่า "‎س ส/ขา.บาง บาง ธอัง ฤย เอ็ม‎"‎         ຂະນະທີ່ທ່ານ ນາງ ຮວີ່ງ ທຸຍ ເວີນ ຮອງປະທານສະພາປະຊາຊົນແຂວງຢາລາຍ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການນໍາພັກ-ລັດ ກໍຄືສະພາປະຊາຊົນແຂວງເຊກອງ ທີ່ໃຫ້ການຕ້ອນຮັບອັນແສນອົບອຸ່ນ ແລະ ການມາຄັ້ງນີ້ ກໍເປັນໂອກາດອັນດີ ທີ່ທັງສອງສະພາ ຈະໄດ້ມີການແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ໃນຂົງເຂດສະພາປະຊາຊົນແຂວງ ເພື່ອສືບຕໍ່ຮ່ວມມືໃນຕໍ່ໜ້າ; ຈາກນັ້ນ, ທັງສອງຝ່າຍ ກໍໄດ້ລາຍງານສະພາບໂດຍລວມ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ ບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເຊິ່ງກັນ ແລະ ກັນ ໄດ້ຮັບຊາບ.
         ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ມີຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຖອດຖອນເອົາບົດຮຽນອັນດີ ມາຜັນຂະຫຍາຍເຂົ້າໃນແຜນການ ແລະ ແນວທາງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ. ພ້ອມນັ້ນ, ຍັງໄດ້ມອບເຄື່ອງທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນອີກດ້ອຍ.
#ໂດຍ: ນາລີວັນ.