ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງ ເຊກອງ ສປປ ລາວ ແລະ ແຂວງ ດັກລັກ ສສ ຫວຽດນາມ ໄດ້ມີຂຶ້ນໃນຕອນບ່າຍວັນທີ 23 ສິງຫາ 2026 ຜ່ານມານີ້ ຢູ່ທີ່ສະໂມສອນສະພາປະຊາຊົນແຂວງ ເຊກອງ ສປປ ລາວ ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ປອ ຕຸລາວັນ ວົງໄຊ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງເຊກອງ, ມີທ່ານ ໂດ້ ໄທ ຟອງ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງດັກລັກ ແລະຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ທ່ານ ປອ ຕຸລາວັນ ວົງໄຊ ຮອງປະທານສະພາປະຊາຊົນແຂວງ ເຊກອງ ສປປ ລາວ ໄດ້ມີຄໍາເຫັນກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະພົບປະແລກປ່ຽນບົດຮຽນ ຂອງຄະນະຜູ້ແທນສະພາປະຊາຊົນແຂວງດັກລັກ ໃນຄັ້ງນີ້ ເປັນການເຄື່ອນໄຫວທີ່ມີໄປຄວາມໝາຍສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ລຶກຊຶ້ງລະຫວ່າງສອງພັກ, ສອງລັດ, ສອງອົງການນິຕິບັນຍັດ, ກໍຄືສອງສະພາປະຊາຊົນແຂວງ ແລະປະຊາຊົນແຂວງເຊກອງ ກັບ ແຂວງດັກລັກ ເຊິ່ງເປັນການເພີ່ມພູນຄູນສ້າງການຮ່ວມມື ແລະການພັດທະນາຢ່າງຮອບດ້ານລະຫວ່າງສອງແຂວງ.
ໂອກາດດຽວກັນ, ທ່ານ ໂດ້ ໄທ ຟອງ ຮອງປະທານສະພາປະຊາຊົນແຂວງດັກລັກ ສສ ຫວຽດນາມ ກໍໄດ້ມີຄໍາເຫັນສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນ ສະພາປະຊາຊົນແຂວງເຊກອງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງຕີລາຄາ ແລະສະແດງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະລັດ ສປປ ລາວ ແລະການນຳແຂວງເຊກອງ ໃນການຈັດຕັ້ງປະຕິບັດວຽກງານ ສ້າງສາພັດທະນາປະເທດຊາດ ໃຫ້ພັດທະນາຂຶ້ນຢ່າງບໍ່ຢຸດໃນອະນາຄົດ ແລະການເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ລາວ – ຫວຽດນາມ ກໍຄື ສອງແຂວງ ເຊກອງ – ດັກລັກ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ຈາກນັ້ນ, ບັນດາຜູ້ແທນທັງສອງຝ່າຍ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ພ້ອມທັງ, ຜັດປ່ຽນກັນປະກອບຄໍາເຫັນແລກປ່ຽນບົດຮຽນຮ່ວມກັນໂດຍສະເພາະການຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາປະຊາຊົນແຂວງ ແລະຖອນຖອດໄດ້ບົດຮຽນຢ່າງເລິກເຊິ່ງ ເພື່ອນໍາໄປປັບປຸງ ແລະນໍາໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງຂອງສະພາປະຊາຊົນແຂວງໃຫ້ມີປະສິດພາບຍິ່ງຂຶ້ນ.
ພ້ອມນີ້, ຄະນະຜູ້ແທນທັງຂອງຝ່າຍ ຍັງໄດ້ມີຄໍາເຫັນໃນການສືບຕໍ່ເສີມສ້າງ ແລະຍົກລະດັບສາຍພົວພັນພັນມິດຕະພາບ ລະຫວ່າງ ຄະນະນໍາສະພາປະຊາຊົນຂອງສອງແຂວງ ໃຫ້ຮັດແໜ້ນຢ່າງຕໍ່ເນື່ອງ, ໃຫ້ມີການຜັດປ່ຽນກັນໄປຢ້ຽມຢາມພົບປະແລກປ່ຽນບົດຮຽນ ເປັນກິດຈະກຳປະຈໍາໃນຕໍ່ໜ້າ.
#ໂດຍ: ນາລີວັນ
